ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຈະຢ້ຽມຢາມສາທາລະນະລັດປະຊາຊົນຈີນຢ່າງເປັນທາງການໃນບໍຊ້ານີ້
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: ລັດທະບານ)
(vovworld) – ວັນທີ 05/09 ກະຊວງການຕ່າງປະເທດ ຫວຽດນາມ ອອກແຈ້ງການໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫງວຽນຊວນຟຸກ ຈະຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ, ເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ ແລະ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ຈີນ - ອາຊຽນ ຄັ້ງທີ 13 ຢູ່ ຢວຽນນານ, ຈີນ ໃນລະຫວ່າງວັນທີ 10 – 15/09/2016. ການຢ້ຽມຢາມປະຕິບັດຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດຖະບານ ສາທາລະນະລັດ ປະຊາຊົນ ຈີນ ຫຼີເຄີຊຽນ.