ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງສາທາລະນະສຸກແລະສະຫວັດດີການມະນຸດອາເມລິກາ

(VOVWORLD) -ຕອນບ່າຍວັນທີ 24 ສິງຫາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Thomas Price, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫວັດດີການມະນຸດ ອາເມລິກາ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງສາທາລະນະສຸກແລະສະຫວັດດີການມະນຸດອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງສາທາລະນະສຸກແລະສະຫວັດດີການມະນຸດອາເມລິກາThomas Price

ພາບ: VGP

ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ລັດຖະບານຫວຽດນາມ ຕີລາຄາສູງການຮ່ວມມືຫນູນຊ່ວຍຂອງລັດຖະບານ ອາເມລິກາ ໃນຫລາຍຂົງເຂດວິຊາສະເພາະດ້ານສາທາລະນະສຸກສຳຄັນ: ລັດຖະບານຫວຽດນາມ ກໍ່ຮັບຮູ້ບັນດາຄວາມມານະພະຍາຍາມໃນວິວັດການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ມີຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາອັນດີງາມ ແລະ ມີປະສິດທິຜົນກວ່າອີກ, ເປັນຕົ້ນໃນບັນດາຂົງເຂດການຮ່ວມມືກ່ອນນີ້.

ໃນວັນດຽວກັນ, ທີ່ການຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Marise Payne, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ລັດຖະບານຫວຽດນາມ ສະຫນັບສະຫນູນກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ເພີ່ມທະວີການຮ່ວມມືກວ່າອີກ, ພັດທະນາຢ່າງແທດຈິງ, ມີສະຖຽນລະພາບ, ຍືນຍົງ, ສົມກັບການພົວພັນຄູ່ຮ່ວມມືຮອບດ້ານໃນປະຈຸບັນ ແລະ ແງ່ຫວັງການພັດທະນາໃນອະນາຄົດ. ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອົດສະຕາລີ Marise Payne ໃຫ້ຮູ້ວ່າ: ອົດສະຕາລີພ້ອມແລ້ວຫນູນຊ່ວຍກຳລັງຮັກສາສັນຕິພາບ ສປຊ ຂອງຫວຽດນາມ ເມື່ອເຄື່ອນໄຫວຢູ່ ອາຟຼິກາ. ອົດສະຕາລີ ມີຄວາມວິຕົກກັງວົນຕໍ່ບັນຫາກໍ່ການຮ້າຍຢູ່ພາກພື້ນ ແລະ ພວມຕັ້ງຫນ້າຮ່ວມມືກັບບັນດາປະເທດໃນພາກພື້ນ ເພື່ອຮັບມື ພ້ອມທັງປາດຖະຫນາຢາກຫວຽດນາມ ຮ່ວມມືຢ່າງແຫນ້ນແຟ້ນກັບ ອົດສະຕາລີ ໃນບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ