(vovworld) – ຕອນບ່າຍວັນທີ 02/08, ສະຫຼຸບກອງປະຊຸມສະໄໝສາມັນປະຈຳເດືອນ 07, ຖືກດຳເນີນໃນລະຫວ່າງວັນທີ 01 – 02/08, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳການປະຕິບັດຄາດໝາຍເຕີບໂຕເສດຖະກິດ GDP 6,7% ໃນປີ 2016 ຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ການເຕີບໂຕດ້ານເສດຖະກິດແມ່ນໜ້າທີ່ຂອງປະຊາຊົນ ແລະ ວິສາຫະກິດ, ລັດຖະບານຕ້ອງສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະ ວິສາຫະກິດເຮັດສິ່ງນັ້ນ.
“ໜ້າທີ່ປະຕິບັດຄາດໝາຍເຕີບໂຕເສດຖະກິດ 6,7% ໃນປີ 2016 ແມ່ນຫຍຸ້ງຍາກ, ແຕ່ນ້ຳໃຈຊີ້ນຳຢ່າງສະເໝີຕົ້ນສະເໝີປາຍຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ແມ່ນຍັງມີເວລາ, ມີກາລະໂອກາດ ແລະ ຄວາມສາມາດພະຍາຍາມ ຕ້ອງເດັດດ່ຽວທໍ້ຖອຍໃຈຕໍ່ຄວາມຫຍຸ້ງຫຍາກ, ສິ່ງທ້າທາຍ. ເມື່ອເຮົາບໍ່ທໍ້ຖອຍໃຈແລ້ວ ກໍ່ຕ້ອງມີຈິດໃຈກ້າຄິດກ້າທຳ, ກ້າຮັບຜິດຊອບ, ມີລະບຽບວິໄນ, ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ. ພວກເຮົາບັນລຸໄດ້ຕົວເລກທີ່ໜ້າຊື່ນຊົມໃນເດືອນ 07 ນີ້, ເຖິງວ່າໄລຍະຫ່າງທຽບໃສ່ແຜນການຍັງສຸງ ແຕ່ແຫຼ່ງກຳລັງກໍ່ໃຫຍ່ຫຼວງຢູ່.”
ເພື່ອຊຸກຍູ້ການເຕີບໂຕ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳການໜູນຊ່ວຍວິສາຫະກິດຕ້ອງແທດຈິງ, ບັນດາກະຊວງ, ຂະແໜງການຕ້ອງມີລາຍການ, ແຜນການເພື່ອໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ. ນອກນັ້ນກໍ່ຕ້ອງສົ່ງເສີມການພັດທະນາຕະຫຼາດພາຍໃນປະເທດ, ຍູ້ແຮງໂຄງການຊາວຫວຽດນາມ ບຸລະມະສິດຊົມໃຊ້ສິນຄ້າຫວຽດນາມ…