ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກປາດຖະຫນາຢາກໃຫ້ບັນດານັກວິທະຍາສາດສືບຕໍ່ໃຫ້ຄຳປຶກສາ,ໄຈ້ແຍກຕີລາຄານະໂຍບາຍ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແລະບັນດານັກວິທະຍາສາດ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 17/2 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ແລະ ສະມາຊິກລັດຖະບານຈຳນວນຫນຶ່ງໄດ້ເຮັດວຽກກັບສະພາສູນກາງສະຫະພັນສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ.
ສະຫລຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຍາມໃດກໍຮັບຟັງບໍ່ວ່ານັກວິທະຍາສາດໃດມີແນວຄວາມຄິດສ້າງສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:
“ຂ້າພະເຈົ້າຕີລາຄາສູງເລື່ອງນຳສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ກາຍເປັນປະຖົມປັດໄຈສຳຄັນ ນຳວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຫນູນພັດທະນາພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນພັດທະນາແບບຍືນຍົງຂອງປະເທດຊາດ. ເນື່ອງໃນໂອກາດນີ້ ຂ້າພະເຈົ້າກໍຕີລາຄາສູງຖັນແຖວປັນຍາຊົນຫວຽດນາມ, ເປັນຕົ້ນແມ່ນບັນດານັກວິທະຍາສາດໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອຄົ້ນຄວ້າກິດຈະການຈຳນວນຫນຶ່ງ, ພິເສດແມ່ນບາງມາດຕະການເຕັກໂນໂລຊີ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ.”