ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຄະນະຜູ້ແທນສະມາຄົມນັກທຸລະກິດເອກະຊົນຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບຄະນະຜູ້ແທນສະມາຄົມນັກທຸລະກິດເອກະຊົນຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຄະນະຜູ້ແທນສະມາຄົມນັກທຸລະກິດເອກະຊົນຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຄະນະຜູ້ແທນສະມາຄົມນັກທຸລະກິດເອກະຊົນຫວຽດນາມ)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຍາມໃດລັດຖະບານກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ເສດຖະກິດພາກເອກະຊົນພັດທະນາ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງໜ້າທີ່ສຳຄັນຂອງລັດຖະບານແມ່ນ ຊຸກຍູ້ການພັດທະນາບັນດາຮູບແບບວິສາຫະກິດ, ໃນນັ້ນວິສາຫະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໝີໃຫ້ວິສາຫະກິດເອກະຊົນເຂົ້າຮ່ວມການຕ້ານໄພສໍ້ລາດບັງຫຼວງ, ສິ່ງຫຍ້ໍທໍ້.

        ປະຈຸບັນ, ເສດຖະກິດພາກເອກະຊົນຢູ່ພາຍໃນປະເທດພວມສ້າງ 42% GDP, ປະກອບສ່ວນເຂົ້າງົບປະມານແຫ່ງລັດ 30%, ດຶງດູດກຳລັງແຮງງານປະມານ 85%.

ຕອບກັບ

ຂ່າວ/ບົດ​ອື່ນ