ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຮັດວຽກກັບການນຳ
ຫລັກແຫລ່ງແຂວງ ອານຢາງ
|
(vovworld)- ຕອນບ່າຍ ວັນທີ 14/3 ຢູ່ ນະຄອນ ລອງຊວຽນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳແຂວງ ອານຢາງ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສະເຫນີ: ແຂວງ ອານຢາງ ຄວນມານະພະຍາຍາມຍົກສູງຄຸນນະພາບ, ມຸນຄ່າເພີ່ມສິນຄ້າຂອງບັນດາປະເພດສະບຽງອາຫານສົ່ງອອກ. ອານຢາງ ແມ່ນຫນຶ່ງໃນ 4 ແຂວງເປັນເຂດເສດຖະກິດຈຸດສຸມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ແມ່ນແຂວງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງກ່ຽວກັບການພັດທະນາກະສິກຳ ແລະ ການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ຊົມເຊີຍບັນດາການກຳນົດທິດພັດທະນາຂອງແຂວງ ອານຢາງ ກາຍເປັນສູນຜະລິດແນວພັນເຂົ້າ, ປາ, ໝູ ຮັບໃຊ້ໃຫ້ແຂວງ ອານຢາງ ແລະ ເຂດທົ່ງພຽງແມ່ນ້ຳຂອງ. ທ່ານນາຍົກລັດຖະມົນຕີ ສະຫນັບສະຫນູນບັນດາຂໍ້ສະເຫນີແນະຂອງແຂວງ ກ່ຽວກັບການລົງທຶນເຂດກະສິກຳເຕັກໂນໂລຊີສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍເຫັນດີຕໍ່ຂໍ້ສະເຫນີຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ອະນຸຍາດໃຫ້ແຂວງ ອານຢາງ ປະຕິບັດທົດລອງຮັບຮູ້ວິສາຫະກິດໝູນໃຊ້ເຕັກໂນໂລຊີສູງ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ລົງຢ້ຽມຢາມສູນຄົ້ນຄ້ວາວິທະຍາສາດ ດີ້ງແທ່ງ ຢູ່ ເມືອງ ທ້ວາຍເຊີນ ແຂວງ ອານຢາງ.