ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດຢາງພາລາຫວຽດນາມ

(VOVWORLD) - ເນື່ອງໃນໂອກາດຕົ້ນປີໃໝ່ 2018, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ປຸກລະດົມພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງກຸ່ມບໍລິສັດຢາງພາລາ,
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດຢາງພາລາຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດຢາງພາລາຫວຽດນາມ)

 ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດໃຫຍ່ທີ່ສຸດຂອງ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງມູນເຊື້ອມາແຕ່ດົນນານຂອງຂະແໜງຢາງພາລາ ຫວຽດນາມ, ແມ່ນໜຶ່ງໃນບັນດາຂະແໜງສ້າງເປັນຊົນຊັ້ນກຳມະກອນ ຫວຽດນາມ ແລະ ມີການປະກອບສ່ວນໃຫ້ແກ່ການປະຕິວັດ.

        ບົນພື້ນຖານການປະກອບສ່ວນຢ່າງຕັ້ງໜ້າຂອງຂະແໜງຢາງພາລາ ເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກຸ່ມບໍລິສັດສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ເພີ່ມທະວີການບໍລິຫານ, ປ່ຽນໃໝ່ການຄຸ້ມຄອງ, ຍູ້ແຮງວິວັດການຫັນເປັນຫຸ້ນສ່ວນ ແລະ ສ້າງໂຄງປະກອບຄືນໃໝ່ ດ້ວຍຈິດໃຈໂປ່ງໃສ, ເປີດເຜີຍ, ຮັບປະກັນບໍ່ໃຫ້ທຶນຂອງລັດຖືກຮົ່ວໄຫຼ. ກຸ່ມບໍລິສັດຕ້ອງລົງເລິກເຂົ້າຂະແໜງອຸດສາຫະກຳຜະລິດປຸງແຕ່ງເພື່ອມີມູນຄ່າເພີ່ມສູງກວ່າ ແລະ ມີການຄິດໄລ່ຢ່າງລະອຽດເຖິງຖອງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ