ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສົ່ງເສີມນັກສຶກສາຝຶກຝົນ,ຮຽນເກັ່ງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສົ່ງເສີມນັກສຶກສາຝຶກຝົນ,ຮຽນເກັ່ງ - ảnh 1
(ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ
ມອບຂອງຂວັນໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ ຮ໋າຍ​ຟ່ອງ)

(vovworld)-​ ຕອນ​ບ່າຍ​ ວັນ​ທີ 8/5,  ຢູ່ ຮ໋າຍ​ຟ່ອງ, ໃນ​ການ​ພົບ​ປ​ະ, ໂອ​ລົມ​ກັບ​ພະ​ນັກ​ງານ, ອາ​ຈານ, ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ ຮ໋າຍ​ຟ່ອງ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ ​ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ ມີ​ອຸ​ດົມ​ຄະ​ຕິ, ​​ມີ​ຄວາມ​ໄຝ່​ຝັນ ບຳ​ລຸງ​ລ້ຽງ​ຄວາມ​​ໄຝ່ຝັນ ເພື່ອ​ກາຍ​ເປັນ​ບັນ​ດາ​ຄົນ​ ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ສັງ​ຄົມ. ທ່າ​ນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ ນັກ​ສຶກ​ສາ​ ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ລ້ຳ​ຄ່າ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ສາ​ປະ​ເທ​ດ​ຊາດ.

        “ນັກ​ສຶກ​ສາຕ້ອງ​ມີ​ຄວາມໄຝ່​ຝັນ, ຕ້ອງ​ບຳ​ລຸງ​ລ້ຽງ​ຄວາມ​ໄຝ່​​ຝັນ, ​​ຕ້ອງຝຶກ​ຝົນຫຼໍ່ຫຼອມ ​ຢ່າງບໍ່​ຢຸດຢັ້ງ, ຕັ້ງ​ໜ້າ​ຮ່ຳ​ຮຽນ, ບຳ​ລຸງ​ສ້າງ​ຄຸນນະ​ທາດ, ຖ້າ​​ທົ່​ວ​ປະ​ເທດ​ຫວຽດ​ນາມ ​ດຳ​ເນີນ​ອາ​ຊີບ ​ນັກ​ສຶກ​ສາ​ຈະເປັນ​​ຜູ້​ນຳ​ໜ້າ​ໃນ​ການກໍ່ຮ່າງ​ສ້າງຕົວ. ນັກ​ສຶກ​ສາ​ມີແນວ​ຄວາມ​ຄິດ​ປະ​ດິດ​ສ້າງຫຼາຍ​ຢ່າງ, ສະ​ແດງ​ອອກ​ໃນ​ບັນ​ດາ​ການ​ແຂ່ງ​ຂັນ​ແນວ​ຄວາມ​ຄິດ​ໃໝ່, ແມ່ນ​ນັກ​ສຶກ​ສາ​​ໄດ້ປະ​ກອບ​ສ່ວນ​​ດີ​ທີ່ສຸດ. ບັນ​ດາ​ເພື່ອນ​ໜຸ່ມ​ນ້ອຍ​ ​​ຄວນມີຄວາມ​​ໄຝ່​ຝັນ​ໃຫຍ່ຫຼວງ​, ປະ​ກອບ​ສ່ວນ​​ໃຫ້​ແກ່​ສັງ​ຄົມ”.

        ທ່າ​ນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ​ຊີ້ແຈ້ງວ່າ ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ຖື​ການ​ສຶກ​ສາ ບຳ​ລຸງ​ສ້າງ ເປັນ​ລັດ​ຖະ​ນະ​ໂຍ​ບາຍ​​ອັນ​ດັບ​ໜຶ່ງ, ເປັນ​ຍຸດ​ທະ​ສາດບຸກ​ທະ​ລຸ, ເປັນປັດ​ໄຈ​ຕັດ​ສິນ ​ຜົນ​ສຳ​ເລັດ​ຂອງ​ພາ​ລະ​ກິດ ຫັນ​ເປັນ​ປະ​ເທດອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ. ທ່າ​ນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​  ສະ​ເໜີ​ ກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ, ອຳ​ນາດ​ການ​ປົກ​ຄອງ ​ນະ​ຄອນຮ໋າຍ​ຟ່ອງ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ ຮ໋າຍ​ຟ່ອງ ພັດ​ທະ​ນາ​ກາຍ​ເປັນ ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ການ​ສຶກ​ສາ ວິ​ທະ​ຍາ​ໄລ​ແຖວ​ໜ້າ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ