ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ເຂດໄຕງວຽນຄວນຟື້ນຕົວ,ພັດທະນາປາໄມ້

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ເຂດໄຕງວຽນຄວນຟື້ນຕົວ,ພັດທະນາປາໄມ້ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່
​ສຳຄັນ​​ໃນ​ປະຈຸ​ບັນ​ຂອງ​ເຂດ​ໄຕ​ງວຽນ​ແມ່ນ​ຟື້ນ​ຕົວ
(ພາບ: VGP)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 20/06 ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຟື້ນ​ຕົວ​ເຂດ​ໄຕ​ງວຽນ​ແບບ​ຍືນ​ຍົງ ຊຶ່ງ​ຈັດ​ຂຶ້ນຢູ່​ນະຄອນ ບວນມາ​ທວດ ​ແຂວງ ດັກ​ຫລັກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ສຳຄັນ​​ໃນ​ປະຈຸ​ບັນ​ຂອງ​ເຂດ​ໄຕ​ງວຽນ​ແມ່ນ​ຟື້ນ​ຕົວ, ພັດທະນາ​ປ່າ​ໄມ້. ທ່ານ​ນາ​ຍົກ​ລັດຖະມົນຕີມອບ​ໝາຍ​ໃຫ້​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ສ້າງ​ກົນ​ໄກ​ນະ​ໂຍບາຍ​ໃນ​ການ​ຟື້ນຕົວ​ພັດທະນາ​ປ່າ​ໄມ້​ເຂດ​​ໄຕ​ງວຽນ, ຍືນສະ​ເໜີ​ຕໍ່ທ່ານ​ນາຍົກລັດຖະມົນຕີ​ໃນ​ໄລຍະ​ຈະ​ມາ​ເຖິງ​ໄວ​ທີ່​ສຸດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຮຽກຮ້ອງ​ຕ້ອງລະດົມ​ກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ, ຕັດສິນ​ໃຈ​ຟື້ນ​ຕົວ ​ແລະ ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ, ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ທີ່​ມີ​ປ່າ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ.

        ​ແລະກໍ່​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ລັດຖະບານ​ຖະ​ແຫຼງການ​ອັດ​ປະຕູ​ປ່າ​ທຳ​ມະຊາດ​.


ຂ່າວ/ບົດ​ອື່ນ