ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລທຸລະກິດແລະເຕັກໂນໂລຊີຮ່າໂນ້ຍ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລທຸລະກິດແລະເຕັກໂນໂລຊີຮ່າໂນ້ຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ນະ​ພິ​ທີ

(vovworld)- ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 13/12 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ຫນັກ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຖື​ການ​ບຳ​ລຸງ​ສ້າງ​ອາ​ຊີບ, ການ​ປະ​ຕິ​ບັດ​ທົ​ດ​ລອງ​ເປັນ​ການ​ກຳ​ນົດ​ທິດ​ເປັນ​ຕົ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ: ໃນ​ສະ​ພາບ​ການ​ຂອງ​ວິ​ກິດ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ມະ​ຫາ​ວິ​ທະ​ຍາ​ໄລ​ຄວນ​ປະ​ຕິ​ບັດ​ການ​ປ່ຽນ​ໃຫມ່ເນື້ອ​ໃນ, ວິ​ທີ​ການ​ບຳ​ລຸງ​ສ້າງ​ໂດຍ​ພື້ນ​ຖານ, ຮອບ​ດ້ານ​ເພື່ອ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄຸນ​ນະ​ທາດ​ຂອງ​ນັກ​ສຶກ​ສາ.

“ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ໃຫມ່​ການ​ສິດ​ສອນ ແລະ ຮ່ຳ​ຮຽນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້​າງ​ຕິດ​ພັນ​ກັບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຫລາຍ​ຮູບ​ແບບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ຄະ​ຕິ​ທຳ​ທີ່​ໄດ້​ວາງ​ອອກ.”

 


ຕອບກັບ

ຂ່າວ/ບົດ​ອື່ນ