ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມ G7 ແລະ ຢ້ຽມຢາມການາດາ

(VOVWORLD) -ໃນເວລາ 6 ໂມງ, ຕອນເຊົ້າວັນທີ 08 ມິຖຸນາ (ຕາມເວລາການາດາ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Jean Lesage, ນະຄອນ Quebec, ລັດ Quebec, ເລີ່ນຕົ້ນລາຍການເຮັດວຽກແລະເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ຢ້ຽມຢາມ ການາດາ ແຕ່ວັນທີ 08 – 10 ມິຖຸນາ 2018.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມ G7 ແລະ ຢ້ຽມຢາມການາດາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ

ໄປຮອດສະໜາມບິນສາກົນ Jean Lesage, ນະຄອນ Quebec

(ພາບ: VGP)

ຕາມລາຍການເຮັດວຽກແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ; ພົບປະ, ເຮັດວຽກກັບການນຳບາງປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສຸດຍອດ G7 ເປີດກວ້າງ.

      ໃນວັນທີ 10 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີການາດາ Justin Trudeau ຈະຕ້ອນຮັບ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຈະຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ຊາວຫວຽດນາມ ອາໄສຢູ່ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ