ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກທາງອອນລາຍກັບການນຳຫຼັກແຫຼ່ງແຂວງບິ່ງທ້ວນ, ດັ໊ກນົງ

(VOVWORLD) -ວັນທີ 23 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກທາງອອນລາຍກັບການນຳຫຼັກແຫຼ່ງແຂວງ ບິ່ງທ້ວນ ແລະ ການນຳຫຼັກແຫຼ່ງແຂວງ ດັ໊ກນົງ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກທາງອອນລາຍກັບການນຳຫຼັກແຫຼ່ງແຂວງບິ່ງທ້ວນ, ດັ໊ກນົງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ບິ່ງທ້ວນ

(ພາບ: VGP)

ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ບິ່ງທ້ວນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ໂດຍແມ່ນແຂວງທ່ອງທ່ຽວ, ຖືກຜົນສະທ້ອນຫຼາຍຢ່າງຈາກໂລກລະບາດໂຄວິດ-19, ແຕ່ໃນ 6 ເດືອນຕົ້ນປີ 2020, ເສດຖະກິດແຂວງ ບິ່ງທ້ວນ ຍັງບັນລຸຕົວເລກ 3,81%, ຢືນອັນດັບທີ 18 ໃນທົ່ວແທດ, ນີ້ແມ່ນສິ່ງທີ່ໜ້າຍ້ອງຍໍຊົມເຊີຍ ເຊິ່ງທ້ອງຖິ່ນຕ່າງໆຄວນຮ່ຳຮຽນເອົາ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ແຂວງ ບິ່ງທ້ວນ ພັດທະນາອຸດສາຫະກຳ, ກະສິກຳຢ່າງຄົບຊຸດ, ໂດຍສະເພາະແມ່ນອຸດສາຫະກຳປຸງແຕ່ງ; ພັດທະນາການທ່ອງທ່ຽວຢ່າງແຮງກວ່າອີກ, ນຳຂະແໜງນີ້ໃຫ້ກາຍເປັນຂະແໜງເສດຖະກິດຫຼັກແຫຼ່ງ, ມີເຄື່ອງໝາຍການຄ້າຢູ່ພາກພື້ນ.

        ທີ່ການເຮັດທາງອອນລາຍກັບການນຳຫຼັກແຫຼ່ງແຂວງ ດັ໊ກນົງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ເລື່ອງທາງແຂວງໄດ້ມານະພະຍາຍາມປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ, ສັງຄົມໃນໄລຍະ 2015 – 2020. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ແຂວງເອົາໃຈໃສ່ວາງແຜນພັດທະນາດ້ວຍວິໄສທັດຮອດປີ 2045, ກ່ອນອື່ນໝົດແມ່ນສ້າງແຜນການໄລຍະ 2021 – 2025 ໃຫ້ເປັນຢ່າງດີ ເພື່ອຊຸກຍູ້ການພັດທະນາ.

        “ຕ້ອງສືບຕໍ່ພັດທະນາບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງ, ອຸດສາຫະກຳກໍ່ເປັນທ່າແຮງຂອງທ້ອງຖິ່ນຄື: ຂຸດຄົ້ນແຮ່ທາດ, ພະລັງງານ, ປຸງແຕ່ງຜະລິດຕະພັນກະເສດ ແລະ ພິເສດແມ່ນກະສິກຳເຕັກໂນໂລຊີສູງ. ອີຢູ ແລະ ບັນດາຕະຫຼາດອື່ນໆແມ່ນກາລະໂອກາດອັນໃຫຍ່ຫຼວງສຳລັບສິນຄ້າຂອງຫວຽດນາມ. ພວກເຮົາກໍ່ຄວນເອົາໃຈໃສ່ເພື່ອມີມາດຕະການຈຳໜ່າຍຜະລິດຕະພັນໃຫ້ແກ່ແຂວງ ດັ໊ກນົງ”.

ຕອບກັບ

ຂ່າວ/ບົດ​ອື່ນ