ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບຮອງນາຍົກລັດຖະມົນຕີສເຢຍລະມັນ
ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບຮອງນາຍົກລັດຖະມົນຕີສເຢຍລະມັນ
(ພາບ: nguyentandung.org)
(vovworld) - ທີ່ການຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງເສດຖະກິດ ແລະ ພະລັງງານ ສ.ເຢຍລະມັນ Sigmar Gabriel ໃນຕອນເຊົ້າວັນທີ 21/11 ຢູ່ນະຄອນໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ ຢັ້ງຢືນວ່າຍາມໃດຫວຽດນາມກໍ່ຍິນດີຕ້ອນຮັບ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດເຢຍລະມັນຮ່ວມມື, ລົງທຶນຢ່າງມີປະສິດທິຜົນ, ຍາວນານ ແລະ ສຳເລັດຜົນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ ຫວັງວ່າ ເຢຍລະມັນຈະສະໜັບສະໜູນຢ່າງແຮງ ເພື່ອໃຫ້ສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານຫວຽດນາມ - ອີຢູ ໄດ້ຮັບການເຊັນອະນຸມັດໂດຍໄວ ກໍ່ຄືໄດ້ຮັບການສະໜັບສະໜູນເພື່ອລົງນາມໃນສັນຍາການຄ້າເສລີ FTA ລະຫວ່າງຫວຽດນາມ - ອີຢູໂດຍໄວ.
ສ່ວນ ຮອງນາຍົກລັດຖະມົນຕີ Sigmar Gabriel ກໍ່ຢືນຢັນວ່າ ເຢຍລະມັນຖືເປັນສຳຄັນໃນການຊຸກຍູ້ການພົວພັນກັບຫວຽດນາມໃນທຸກຂົງເຂດ, ໂດຍສະເພາະແມ່ນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ… ທ່ານກໍ່ຖືວ່າເຢຍລະມັນວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ, ເພາະວ່ານີ້ແມ່ນແຫ່ງທີ່ມີທາງເດີນທະເລສາກົນທີ່ສຳຄັນ, ດ້ວຍກວ່າ 50% ຈຳນວນສິນຄ້າແມ່ນຂົນສົ່ງທາງທະເລຂອງໂລກ.