ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ
ຢ້ຽມຢາມອະດີດປະທານປະເທດເລດຶກແອງ
(ພາບປະກອບ: VGP)
(vovworld) - ໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນວັນຊາດ 2/9. ຕອນບ່າຍວັນທີ 1/9, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ແລະ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກຊອນ ໄປຢ້ຽມຢາມອະດີດປະທານປະເທດ, ພົນເອກ ເລດຶກແອງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນວ່າ, ໂດຍສືບທອດມູນເຊື້ອຮັກຊາດ ປະຕິວັດຂອງລຸ້ນກ່ອນ, ລັດຖະບານຍາມໃດກໍ່ສາມັກຄີກັນ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອພາລະກິດຂອງພັກ, ຂອງຊາດ. ສືບຕໍ່ນຳປະເທດເຮົາພັດທະນາຢ່າງໄວ ແລະ ໝັ້ນຄົງ… ທ່ານພົນເອກ ເລດຶກແອງ ຫວັງວ່າ ລັດຖະບານຈະສືບຕໍ່ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນພາລະກິດສ້າງສາ ແລະ ປັກປັກຮັກສາປະເທດຊາດ, ເບິ່ງແຍງດູແລ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ໃນນັ້ນສ້າງເງື່ອນໄຂສະດວກ ເພື່ອໃຫ້ປະຊາຄົມຊາວຫວຽດນາມພວມດຳລົງຊີວິດຢູ່ຕ່າງປະເທດ ນັບມື້ນັບມີຊີວິດເປັນປົກກະຕິ ແລະ ພັດທະນາ.