ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ກ່າວຄຳເຫັນນະພິທີ
|
(vovworld)- ພາຍຫລັງວັນປົດປ່ອຍພາກໃຕ້ຫວຽດນາມ (30/4/1975), ໂຮງໝໍ ທົງເຍີດ ຊື່ງຕົ້ນກຳເນີດແມ່ນໂຮງໝໍ K 71 ທະຫານປົດປ່ອຍພາກໃຕ້, ມີພຽງ 400 ຕຽງຮັບໃຊ້ຄົນເຈັບ ດ້ວຍພາລະບົດບາດແມ່ນເບິ່ງແຍງດູແລສຸຂະພາບໃຫ້ແກ່ພະນັກງານຂັ້ນສູງ. ພາຍຫລັງ 40 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ມາຮອດປະຈຸບັນ ໂຮງໝໍທົງເຍີດນະຄອນ ໂຮ່ຈິມີນ ມີ 1.200 ຕຽງ, ດ້ວຍພະນັກງານການແພດ ກວ່າ 1200 ຄົນ, ຕອບສະຫນອງຄວາມຕ້ອງການໃນການກວດກາ ແລະ ປິ່ນປົວພະຍາດໃຫ້ຄົນເຈັບນັບມື້ນັບດີຂຶ້ນ. ກ່າວຄຳເຫັນນະພິທີສະຫລອງໂຄງການເປີດກວ້າງໂຮງໝໍທົງເຍີດ ນະຄອນ ໂຮ່ຈິມີນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີໃຫ້ກະຊວງສາທາລະນະສຸກ ສ້າງເງື່ອນໄຂສະດວກກວ່າໃຫ້ໂຮງໝໍ ທົງເຍີດ ລົງທຶນອຸປະກອນການແພດທັນສະໄຫມ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ ແລະ ຍົກສູງຄຸນນະພາບບຳລຸງສ້າງພະນັກງານການແພດ ທັງມີວິຊາສະເພາະເກັ່ງ ທັງມີຄຸນສົມບັດດີ ເພື່ອຕອບສະຫນອງຄວາມຕ້ອງການເບິ່ງແຍງສຸຂະພາບນັບມື້ນັບສູງສຳລັບພະນັກງານຂອງພັກ, ລັດ ແລະ ປະຊາຊົນ.