ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງແລກປ່ຽນຄຳເຫັນທາງໂທລະສັບກັບຫົວຫນ້າຫ້ອງວ່າການທຳນຽບຂາວ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງແລກປ່ຽນຄຳເຫັນທາງໂທລະສັບກັບຫົວຫນ້າຫ້ອງວ່າການທຳນຽບຂາວ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ
photo:vietnamplus.vn


(vovworld) - ວັນ​ທີ 14/3, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ໄດ້​ແລກປ່ຽນ​ຄຳ​ເຫັນ​ທາງ​ໂທລະສັບ​ກັບ​ທ່ານ Denis McDonough, ຫົວຫນ້າ​ຫ້ອງ​ວ່າການ​ທຳ​ນຽບຂາວ, ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ​ເພື​່ອຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ- ອາ​ເມ​ລິ​ກາ ກໍ​ຄື​ເພີ່ມ​ທະວີ​ການ​ສົມທົບ​ໃນ​ວິວັດ​ທະ​ນາ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ -TPP. ສອງ​ຝ່າຍ​ໄດ້​ເນ​ັ້ນຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ແລະ ພ້ອມ​ກັນ​ສືບ​ຕໍ່ມາ​ນະພະ​ຍາ​ຍາມ​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ. ສອງ​ຝ່າຍ​ຢືນຢັນ: ຕັດສິນ​ໃຈ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ TPP ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ