ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງ ເລີ່ມຕົ້ນເຂົ້າຮ່ວມ ASEM 10
(ພາບອິນເຕີແນດ)
(vovworld) - ຕອນເຊົ້າວັນທີ 16/10 (ຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ໄປຮອດ ມີລານປະເທດອີຕາລີ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສການຮ່ວມມື ອາຊີ-ເອີລົບ (ASEM) ຄັ້ງທີ 10. ຕ້ອນຮັບທ່ານນາຍົກລັດຖະມົນຕົນຕີຫງວຽນເຕິ້ນຢຸ້ງ ທີ່ສະໜາມບິນ, ມີຜູ້ຕາງໜ້າກະຊວງການຕ່າງປະເທດອີຕາລີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນຮ່ວາງລອງ ພ້ອມກັບບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳອີຕາລີ.
ດ້ວຍຫົວຂໍ້ “ຄູ່ຮ່ວມມືຮັບຜິດຊອບເພື່ອການເຕີບໂຕ ແລະ ຄວາມປອດໄພຢ່າງໝັ້ນຄົງ” ASEM 10 ໄດ້ສຸມໃສ່ປຶກສາຫາລື 4 ເນື້ອໃນຕົ້ນຕໍ: ບັນດາບັນຫາເສດຖະກິດ, ການເງິນ ແລະ ການເຊື່ອມຕໍ່ ອາຊີ-ເອີລົບ; ບັນດາບັນຫາທົ່ວໂລກ; ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ກຳນົດທິດ ASEM ໃນອານາຄົດ. ນອກຈາກນັ້ນ, ກ່ອນຈັດກອງປະຊຸມ ASEM 10 ຈະດຳເນີນກອງປະຊຸມຂັ້ນສູງ ASEAN-EU ຢ່າງບໍ່ເປັນທາງການ.
ເພື່ອປະກອບສ່ວນຍົກລະດັບການພົວພັນ ລະຫວ່າງຫວຽດນາມ ກັບ EU ແລະ ບັນດາຄູ່ຮ່ວມມືສຳຄັນອື່ນອີກໃນ ASEM ກໍ່ຄືປະກອບສ່ວນໃຫ້ແກ່ຄວາມສົນໃຈລວມ, ໃນປີ 2014, ຫວຽດນາມ ຈະສືບຕໍ່ມີບັນດາຂໍ້ສະເໜີ, ຂໍ້ລິເລີ່ມທີ່ສຸມໃສ່ຕົ້ນຕໍ່ໃນບັນດາຂົງເຂດຄື: ການປະຕິບັດບັນດາຈຸດໝາຍສະຫັດສະຫວັດ (ລົບ ລ້າງຄວາມທຸກຍາກ), ບຳລຸງສ້າງວິຊາຊີບ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງແຫຼ່ງນ້ຳ, ຮັບມືກັບໄພທຳມະຊາດ, ຊຸກຍູ້ການຮ່ວມມື Me kong-Danube ຢ່າງລະອຽດ.
ກ່ອນຈະອອກຈາກນະຄອນຫຼວງແບກລິນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ມີບົດກ່າວປາໄສທີ່ສຳຄັນຕໍ່ໜ້າບັນດານັກການເມືອງ, ນັກຮຽນຮູ້, ນັກຄົ້ນຄ້ວາອັນດັບໜຶ່ງຂອງເຢຍລະມັນ ແລະ ເອີລົບ.
ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເຕື້ອງເຖິງໄພທົ່ວໂລກຈາກການປະທະກັນດ້ວຍກຳລັງອາວຸດ, ການຂັດແຍ້ງຜືນແຜ່ນດິນ, ການນຳໃຊ້ກຳລັງອາວຸດ ແລະ ການຂົ່ມຂູ່ນຳໃຊ້ກຳລັງອາວຸດ, ການລຸກຂຶ້ນຂອງລັດທິກໍ່ການຮ້າຍ…. ສຳລັບເຂດອາຊີປາຊີຝິກແມ່ນກວມເກືອບ 55% ຈີດີພີໃນທົ່ວໂລກ, ແຕ່ພວມເກີດສະພາບສັບສົນຄືຢູ່ແຫຼມເກົາຫຼີ, ການຂັດແຍ້ງ ອະທິປະໄຕຜືນແຜ່ນດິນ, ພິເສດແມ່ນຢູ່ທະເລຕາເວັນອອກ, ທະເລຮວາຕຸງ. ສິ່ງວິຕົກກັງວົນນັ້ນແມ່ນການຂາດຄວາມເຊື່ອໝັ້ນ, ເຮັດໃຫ້ສັນຕິພາບ, ສະຖຽນລະພາບຢູ່ທີ່ນີ້ບໍ່ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ເນັ້ນໜັກວ່າ:
“ບັນດາໄພອັນຕະລາຍ ແລະ ການທ້າທາຍດັ່ງກ່າວມັນຮຽກຮ້ອງໃຫ້ມີຄວາມຮັບຜິດຊອບ, ການຮ່ວມມື ແລະ ຄວາມມານະພະຍາຍາມສູງສຸດຂອງແຕ່ລະປະເທດ, ທັງພາກພື້ນ ແລະ ທົ່ວໂລກ. ແຕ່ລະປະເທດ, ເຖິງວ່າຈະແມ່ນປະເທດໃຫຍ່ຫຼືນ້ອຍ, ນອກຈາກເລື່ອງເບິ່ງແຍງເຖິງຜົນປະໂຫຍດສະເພາະຂອງປະເທດຕົນແລ້ວ, ຕ້ອງເອົາໃຈໃສ່ເຖິງບັນດາບັນຫາລວມຂອງທົ່ວໂລກ ແລະ ຜົນປະໂຫຍດອັນຊອບທຳຂອງປະເທດອື່ນໆ“.
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ. ເດັດຽວຕໍ່ສູ້ປົກປັກຮັກສາຜົນປະໂຫຍດອັນເປັນທຳຂອງຕົນ, ພ້ອມທັງປາດຖະໜາວ່າ, ທຸກປະເທດຈະພ້ອມກັນສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.