ທ່ານນາຍົກລັດຖະມົນຕີຫງວຽນ ເຕີນຢຸງໃຫ້ການຕ້ອນຮັບສະມາ ຊິກສະພາຕ່ຳອາເມລິກາ

ທ່ານນາຍົກລັດຖະມົນຕີຫງວຽນ ເຕີນຢຸງໃຫ້ການຕ້ອນຮັບສະມາ ຊິກສະພາຕ່ຳອາເມລິກາ - ảnh 1

ທ່ານ Eni Faleomavaega

(ພາບ:apaics.org)

(vovworld) - ​ຕອ​ນບ່າຍ​ຂອງ​ວັນ​ທີ 19/12, ທີ່​ສຳ​ນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໃຫ້ການ​ຕ້ອນຮັບ​ສະມາຊິກ​ສະພາ​ຕ່ຳ​ອາ​ເມ​ລິ​ກາ Eni Faleomavaega ສະມາຊິກ​ຂອງ​ກຳມາ​ທິການການ​ພົວພັນ​ກັບ​ຕ່າງປະ​ເທດ ​ສະພາ​ຕ່ຳ​ອາ​ເມ​ລິ​ກາ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ອາ​ເມ​ລິ​ກາ ບົນ​ພື້ນຖານ​ເຄົາລົບ​ນັບຖື​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ​ຂອງ​ກັນ. ສ່ວນ​ທ່ານສະມາຊິກ​ສະພາ​ຕ່ຳ​ອາ​ເມ​ລິ​ກາ Eni Faleomavaega ຢືນຢັນ​ຈະ​ສຶບຕໍ່​ຂົນ​ຂວາຍສະພາ​ແຫ່ງ​ຊາດ​ອາ​ເມລິ​ກາ ​ເພີ່ມ​ງົບປະມານ​ໃຫ້​ແກ່​ການ​ລ້າງ​ພິດ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ຖືກ​ຜົນ​ສະທ້ອນ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ. ທ່ານ​ເນັ້ນໜັກວ່າ​ຈະ​ສະໜັບສະໜູນ​ການ​ແກ້​ໄຂ​ບັນຫາ​ພິພາດໂດຍ​ສັນຕິບົນ​ພື້ນຖານ​ກົດໝາຍ​ສາກົນ. ທ່ານ​ຮັບ​ຮູ້​ບັນດາ​ຜົນງານ​ທີ່​ຫວຽດນາມບັນລຸ​ໄດ້​ໃນ​ການ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ສິດທິ​ມະນຸດ, ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ​ ​ແລະ ສາສະໜາ.

ຂ່າວ/ບົດ​ອື່ນ