ທ່ານນາ​ຍົກ​​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຕັ້ງ​ຄວາມ​ຫວັ​ງ​ໄວ້​ນຳ​ບັນ​ດາ​ນັກ​ທຸ​ລະ​ກິດ​ໜຸ່ມ

(VOVWORLD) -ຕອນບ່າຍວັນທີ 18 ທັນວາ, ທີ່ ສຳນັກງານລັດຖະບານ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ມີການພົບປະກັບບັນດານັກທຸລະກິດໝຸ່ມທີ່ໄດ້ຮັບລາງວັນດາວແດງ (ຊາວດໍ໋)ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 20 ປີຈັດພິທີມອບລາງວັນດັ່ງກ່າວ.
ທ່ານນາ​ຍົກ​​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຕັ້ງ​ຄວາມ​ຫວັ​ງ​ໄວ້​ນຳ​ບັນ​ດາ​ນັກ​ທຸ​ລະ​ກິດ​ໜຸ່ມ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກກ່າວຄໍາເຫັນທີ່ການພົບປະ (ພາບ: VGP)

        ກ່າວປາໄສກັບບັນດານັກທຸລະກິດ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີ, ຖືວ່າ:ບັນດານັກທຸລະກິດໜຸ່ມ, ບັນດາວິສາຫະກິດດາວແດງແມ່ນຊ່ອງທາງຂໍ້ມູນຂ່າວສານໃນຂະບວນວິວັດການວາງແຜນກຳນົດນະໂຍບາຍຂອງລັດຖະບານແລະເນັ້ນໜັກວ່າ: ບັນດາວິສາຫະກິດຫວຽດນາມຕ້ອງຍອມຮັບການແກ້ງແຍ້ງໃນສະພາບການປັດຈຸບັນ, ທ່ານນາຍົກລັດຖະມົນຕີຫວຽດນາມຖືວ່າ: ບັນດາວິສາຫະກິດຄວນຍູ້ແຮງການນຳໃຊ້ຜົນງານໃນການປະຕິວັດອຸດສາຫະກຳຄັ້ງທີ 4. ບັນດານັກທຸລະກິດໜຸ່ມ, ພິເສດແມ່ນບັນດາວິສາຫະກິດດາວແດງກໍຄວນປະກອບສ່ວນເຂົ້າໃນບັນດາມາດຕະການແກ້ໄຂ, ແນວຄວາມຄິດກ່ຽວກັບການປະຕິຮູບລະບອບລະບຽບການ, ນຳໃຊ້ເຕັກໂນໂລຊີ, ປ່ຽນແປງໃໝ່ການປະດິດສ້າງ.ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາວິສາຫະກິດສືບຕໍ່ປະກອບສວ່ນຢ່າງສຸດຈິດສຸດໃຈກວ່າພັດທະນາປະເທດຊາດມີຄວາມຄາດຫວັງບືນຕົວຂຶ້ນເພື່ອສ້າງປະເທດຫວຽດນາມອົງອາດກ້າແກ່ນກວ່າ.

        ລັດຖະບານຈະສືບຕໍ່ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ວິສາຫະກິດໜຸ່ມ, ວິສາຫະກິດດາວແດງມີການເຄື່ອນໄຫວທີ່ດີກວ່າເພື່ອບັນດາວິສາຫະກິດເສີມຂະຫຍາຍຄວາມເກັ່ງກ້າສາມາດແລະພູມປັນຍາ.

        ຕອນຄ່ຳວັນດຽວກັນ, ສະຫະພັນຊາວໜຸ່ມຫວຽດນາມໄດ້ສົມທົບກັບສະມາຄົມນັກທຸລະກິດໜຸ່ມຫວຽດນາມຈັດພິທີສະເຫຼີມສະຫຼອງຄົບຮອບ 20 ປີແລະມອບລາງວັນດາວແດງໃຫ້ແກ່ນັກທຸລະກິດໜຸ່ມປະຈຳປີ 2019. 

ຕອບກັບ

ຂ່າວ/ບົດ​ອື່ນ