ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ASEM 9 ຢູ່ວຽງຈັນ
Quoc Khanh ນັກຂ່າວ VOV ປະຈຳລາວ -  
(ພາບປະກອບ:vietbao.vn)
(VOV)- ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ປະທານກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9, ວັນທີ 4/11, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ASEM 9 ຊື່ງຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ-ລາວ. ກອງປະຊຸມໄດ້ດຳເນີນໄປຮອດວັນທີ 6/11 ດ້ວຍຫົວຂໍ້ວ່າ: “ເພື່ອນມິດເພື່ອສັນຕິພາບ, ຄູ່ຮ່ວມມືເພື່ອວັດທະນະຖາວອນ“
ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9 (ASEM 9 ) ມີການເຂົ້າຮ່ວມຂອງປະມຸລັດ, ການນຳລັດຖະບານບັນດາປະເທດສະມາຊິກ, ຄະນະກຳມະການເອີລົບ ແລະ ຄະນະເລຂາອາຊຽນ. ນະທີ່ນີ້, ບັນດາສະມາຊິກພ້ອມກັນດຳເນີນການເຈລະຈາ, ປຶກສາຫາລື, ໄຈ້ແຍກສະພາບການ ແລະ ກຳນົດທິດບັນດາມາດຕະການທີ່ມີລັກສະນະຍຸດທະສາດເພື່ອແນໃສ່ແກ້ໄຂບັນດາບັນຫາກ່ຽວກຂ້ອງເຖິງເສດຖະກິດ-ການເງິນ, ບັນດາການທ້າທາຍໃນທົ່ວໂລກ, ບັນດາບັນຫາພາກພື້ນ, ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ສັງຄົມ ແລະ ການພັດທະນາຂອງ ASEM ໃນອະນາຄົດ.
ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ Nguyen Tan Dung ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9 (ASEM 9 ) ເພື່ອແບ່ງປັນບົດຮຽນ, ປະກອບຄຳເຫັນກ່ຽວກັບບັນດາບັນຫາທີ່ບັນດາປະເທດສະມາຊິກ ມີຄວາມສົນໃຈ ໂດຍສະເພາະແມ່ນຄວາມມານະພະຍາຍາມຟື້ນຟູເສດຖະກິດ, ຮັບມືກັບບັນດາການທ້າຍທາຍທົ່ວໂລກ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນສອງພາກພື້ນ.
ກອ່ນກອງປະຊຸມ, ເວທີປາໄສວິສາຫະກິດອາຊີ-ເອີລົບ ຄັ້ງທີ 12 ໄດ້ໄຂຂຶ້ນໃນຕອນເຂົ້າຂອງວັນທີ 4/11 ໂດຍມີການເຂົ້າຮ່ວມຂອງນັກທຸລະກິດ ແລະ ການນຳເສດຖະກິດມາຈາກເອີລົບ ແລະ ອາຊີ 350 ທ່ານ. ກ່າວຄຳປາໄສໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງເວທີປາໄສ, ຖືວ່າ, ນີ້ແມ່ນໂອກາດເພື່ອໃຫ້ບັນດາພື້ນຖານເສດຖະກິດຂອງສອງທະວີບເວົ້າສະເພາະ ແລະ ພື້ນຖານເສດຖະກິດໂລກເວົ້າລວມຍັບມໍ່ເຂົ້າກັນກ່ວາອີກ. ນີ້ກໍ່ແມ່ນໂອກາດໃຫ້ປະເທດລາວ ເຊື່ອມໂຍງເຂົ້າກັບໂລກກ່ອນຈຸດເວລາເຂົ້າເປັນສະມາຊິກອົງການການຄ້າໂລກ (WTO).
Quoc Khanh ນັກຂ່າວ VOV ປະຈຳລາວ