ທ່ານນາຍົກລັດຖະມົນຕີຫວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ
(ທ່ານນາຍົກລັດຖະມົນຕີຫວຽນຊວນຟຸກຕ້ອນຮັບ
ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ)
(vovworld) - ຕອນບ່າຍວັນທີ 20/03, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ Yun Byung Se, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ 2 ຝ່າຍຊຸກຍູ້ບັນດາການຢ້ຽມຢາມ, ການພົບປະຂັ້ນສູງເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມື, ນຳການພົວພັນລະຫວ່າງ 2 ປະເທດກ້າວເຂົ້າສູ່ລວງເລິກ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ຍາມໃດຫວຽດນາມ ກໍ່ຊົມເຊີຍ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີສ.ເກົາຫຼີ ເປີດກວ້າງການດຳເນີນທຸລະກິດ, ທຳມາຫາກິນຢ່າງມີປະສິດທິຜົນ ແລະ ຍາວນານຢູ່ຫວຽດນາມ. ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຝ່າຍສ.ເກົາຫຼີ ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ສ.ເກົາຫຼີ ຢ່າງມີປະສິດທິຜົນ, ຮັກສາວົງເງິນການຄ້າ 2 ສົ້ນໃຫ້ພັດທະນາແບບຍືນຍົງ, ສູ້ຊົນບັນລຸຄາດໝາຍ 70 ຕື້ USD ຫຼື ສູງກວ່າແມ່ນ 100 ຕື້ USD ໃນປີ 2020. ທ່ານນາຍົກລັດຖະມົນຕີກໍ່ສະເໜີ ສ.ເກົາຫຼີ ເພີ່ມທະວີການນຳເຂົ້າບັນດາປະເພດສິນຄ້າ, ຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງຄື: ຜະລິດຕະພັນກະເສດ, ສິນໃນນ້ຳ; ສົ່ງເສີມບັນດາວິສາຫະກິດສ.ເກົາຫຼີ ເຂົ້າມາລົງທຶນຢູ່ຫວຽດນາມ…
ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ Yun Byung Se ເຊື່ອໝັ້ໜວ່າ, ຫວຽດນາມ ຈະຈັດຕັ້ງປີ APEC 2017 ໃຫ້ສຳເລັດຜົນ. ສ.ເກົາຫຼີ ຫວັງວ່າຈະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ກວ່າອີກ, ບໍ່ພຽງແຕ່ໃນການຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງຮ່ວມມືຫຼາຍຝ່າຍອີກດ້ວຍ, ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.