(vovworld) - ຕອນເຊົ້າວັນທີ 05/06, ຢູ່ນະຄອນດ່າລາດ, ແຂວງເລີມດົ່ງ ໄດ້ຈັດພິທີປະກາດກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນະຄອນດ່າລາດ ແລະ ເຂດອ້ອມຂ້າງແຂວງ ເລີມດົ່ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປະກາດ. ທີ່ພິທີ, 5 ກຸ່ມກົນໄກ, ນະໂຍບາຍພິເສດສະເພາະ ໄດ້ປະກາດເຖິງປະຊາຊົນ, ປະຊາຄົມວິສາຫະກິດ, ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ ນັ້ນແມ່ນ, ນະໂຍບາຍຫຼຸດຜ່ອນຄ່າເຊົ່າທີ່ດິນສຳລັບບັນດາໂຄງການລົງທຶນກໍ່ສ້າງເຂດທ່ອງທ່ຽວແຫ່ງຊາດ ແລະ ເຂດທ່ອງທ່ຽວຈຸດສຸມຂອງນະຄອນ; ຍົກເວັ້ນພາສີນຳເຂົ້າວັດຖຸອຸປະກອນເພື່ອລົງທຶນໃນການປູກພັກ, ດອກໄມ້ທີ່ນຳໃຊ້ເຕັກໂນໂລຊີສູງ ແລະ ບາງກົນໄກນະໂຍບາຍພິເສດສະເພາະສຳຄັນອື່ນໆອີກ. ທ່ານ ວໍງອກຫຽບ, ປະທານຄະນະກຳມະການປະຊາຊົນນະຄອນດ່າລາດ ໃຫ້ຮູ້ວ່າ.
“ກົນໄກພິເສດສະເພາະໃຫ້ນະຄອນດ່າລາດ ແມ່ນກາລະໂອກາດສຳຄັນເພື່ອໃຫ້ນະຄອນດ່າລາດ ຫັນປ່ຽນກາລະໂອກາດພັດທະນາໃໝ່, ພິເສດແມ່ນແກ້ໄຂ, ສ້າງເງື່ອນໄຂສະດວກກ່ຽວກັບບັນດາບັນຫາທີ່ພວກຂ້າພະເຈົ້າພວມປະສົບກັບຄວາມຫຍຸ້ງຍາກໃນວິວັດການພັດທະນາຂອງຕົນ. ພວກຂ້າພະເຈົ້າຄິດວ່າ, ດ້ວຍ 5 ກຸ່ມກົມໄກ, ນະໂຍບາຍພິເສດສະເພາະຂອງລັດຖະບານທີ່ສະຫງວນໃຫ້ດ່າລາດຄືແນວນັ້ນ ຈະແມ່ນພື້ນຖານໃຫ້ນະຄອນ ແລະ ບັນດາເຂດອ້ອມຂ້າງ, ພິເສດແມ່ນນະຄອນດ່າລາດ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນຢ່າງແຂງແຮງ”.
ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບໝູ່ຄະນະອະທິການບໍດີ, ຄູອາຈານ, ນັກຮຽນ, ພະນັກງານ, ນັກຮົບວິທະຍາຄານທະຫານບົກ ຢູ່ດ່າລາດ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຄູ່ອາຈານ, ນັກຮຽນ, ພະນັກງານ, ນັກຮົບທະຫານບົກ ສືບຕໍ່ເສີມຂະຫຍາຍຜົນງານໃນການສິດສອນ, ຮ່ຳຮຽນ, ອົບຮົບກຽມພ້ອມທີ່ຈະຕໍ່ສູ້, ສົມເປັນໜຶ່ງໃນບັນກົມກອງນຳໜ້າໃນລະບົບວິທະຍາຄານຂອງກອງທັບປະຊາຊົນຫວຽດນາມ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະຕິບັດວຽກງານຂົນຂວາຍປະຊາຊົນກັບທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າແຂວງ ເລີມດົ່ງ ໃຫ້ເປັນຢ່າງດີ.