ທ່ານນາຍົກລັດຖະມົນຕີ ຕວກກີ ມີຄວາມປະເອີບໃຈກ່ຽວກັບການພົວພັນ ຫວຽດນາມ - ຕວກກີ

(VOVWORLD) - ການພົວພັນລະຫວ່າງ ຫວຽດນາມ ແລະ ຕວກກີ ບໍ່ມີສິ່ງກີດຂວາງ ແຕ່ມີກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອພັດທະນາ. 
 
ທ່ານນາຍົກລັດຖະມົນຕີ ຕວກກີ ມີຄວາມປະເອີບໃຈກ່ຽວກັບການພົວພັນ ຫວຽດນາມ - ຕວກກີ - ảnh 1 ທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຍຟຸກ (ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ໃນການຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ໃນວັນທີ 23 ສິງຫາ, ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແຕ່ວັນທີ 22 – 24 ສິງຫາ 2017. ຕາມທ່ານນາຍົກລັດຖະມົນຕີ Binali Yildirim ແລ້ວ, ຕວກກີ ແລະ ຫວຽດນາມ ມີທ່າແຮງຫລາຍຢ່າງ ທີ່ຄ້າຍຄືກັນ, ດັ່ງນັ້ນ ຄາດໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນໃນລະດັບ 4 ຕື້ USD ໃນປີ 2020 ໄດ້ຄະນະກຳມະການປະສົມ 2 ປະເທດເຫັນດີຍົກອອກເມື່ອເດືອນ ກໍລະກົດ ຜ່ານມາ ສາມາດປະຕິບັດໄດ້ຢ່າງສິ້ນເຊີງ ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ 2 ປະເທດຄວນຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ນຳໃຊ້ການຫລີກລ້ຽງເກັບພາສີຊ້ອນ. ຕາມທ່ານ Binali Yildirim ແລ້ວ, ບັນດາວິສາຫະກິດ ຕວກກີ ສາມາດຊອກຮູ້ ແລະ ຮ່ວມມືລົງທຶນກັບ ຫວຽດນາມ ໃນບັນດາຂົງເຂດຄື: ການທ່ອງທ່ຽວ, ນ້ຳມັນອາຍແກສ, ພະລັງງານຜະລິດຄືນໃໝ່, ກໍ່ສ້າງ …ກ່ຽວກັບນະໂຍບາຍການຕ່າງປະເທດ, ທ່ານ Binali Yildirim ຢືນຢັນວ່າ: 2 ປະເທດພວມມີການຮ່ວມມືຢ່າງແໜ້ນແຟ້ນບົນເວທີສາກົນ ແລະ ສາມາດສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາລວມ. ຕວກກີ ສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ພ້ອມທັງສະເໜີ ຫວຽດນາມ ສະໜັບສະໜູນ ຕວກກີ ອອກສະໝັກເຂົ້າໃນສະພາບໍລິຫານອົງການວັດທະນະທຳ, ສຶກສາ ແລະ ວິທະຍາສາດຂອງ ສະຫະປະຊາຊາດ (UNESCO) ອາຍຸການ 2017 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ