ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມໂຮງໝໍແຫ່ງຕ່າງໆຢູ່ນະຄອນໂຮ່ຈີມິນ

(VOVWORLD) -ໃນແນວຄິດຊີ້ນຳຂອງພັກ, ລັດຖະບານ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ ແລະ ຄວາມໃສ່ໃຈຂອງປະທານປະເທດ, ໜ້າທີ່ປົກປ້ອງຜົນປະໂຫຍດຂອງປະຊາຊົນ, ຂອງຊາດແມ່ນເໜືອກວ່າສິ່ງໃດໝົດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມໂຮງໝໍແຫ່ງຕ່າງໆຢູ່ນະຄອນໂຮ່ຈີມິນ - ảnh 1 (ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ໂຮງໝໍມະຫາວິທະຍາໄລແພດສາດ ນະຄອນໂຮ່ຈີມິນ)

ຕອນບ່າຍວັນທີ 13 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈບັນດາກຳລັງປ້ອງກັນ, ຕ້ານໂລກລະບາດ, ຖັນແຖວແພດໝໍ, ນາງພະຍາບານຢູ່ໂຮງໝໍມະຫາວິທະຍາໄລແພດສາດ ນະຄອນໂຮ່ຈີມິນ ແລະ ໂຮງໝໍ ເຈີ້ໄຣ້.

        ກ່າວຄຳເຫັນທີ່ 2 ໂຮງໝໍດັ່ງກ່າວ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ໃນແນວຄິດຊີ້ນຳຂອງພັກ, ລັດຖະບານ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ ແລະ ຄວາມໃສ່ໃຈຂອງປະທານປະເທດ, ໜ້າທີ່ປົກປ້ອງຜົນປະໂຫຍດຂອງປະຊາຊົນ, ຂອງຊາດແມ່ນເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດແມ່ນປົກປ້ອງສຸຂະພາບຂອງປະຊາຊົນ. ພ້ອມທັງ, ຕ້ອງມີການສົມທົບຢ່າງປະສົມກົມກຽວ, ມີປະສິດທິຜົນລະຫວ່າງການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດກັບການພັດທະນາເສດຖະກິດ, ສັງຄົມ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາໂຮງໝໍຄວນຕັ້ງໜ້າສ້າງແຜນການຮັບມືກັບທຸກສະພາບການທີ່ອາດຈະເກີດຂຶ້ນຢູ່ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາຜູ້ແທນປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ມີການເຮັດວຽກກັບຄະນະການນຳແຂວງ ທ໊າຍບິ່ງ ກ່ຽວກັບການປະຕິບັດມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ