ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການເງິນຮອບດ້ານ

(VOVWORLD) -ໃນໄລຍະຜ່ານມາ, ຕະຫຼາດການເງິນພັດທະນາຢ່າງໄວ, ດ້ວຍໝາກຜົນທີ່ບັນລຸໄດ້ກະໂດດຂັ້ນ ໂດຍອີງໃສ່ພື້ນຖານເຕັກໂນໂລຊີທັນສະໄໝ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການເງິນຮອບດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ຕອນບ່າຍວັນທີ 06 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການເງິນຮອບດ້ານ, ເປັນປະທານກອງປະຊຸມຄະນະຊີ້ນຳ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ຕະຫຼາດການເງິນພັດທະນາຢ່າງໄວ, ດ້ວຍໝາກຜົນທີ່ບັນລຸໄດ້ກະໂດດຂັ້ນ ໂດຍອີງໃສ່ພື້ນຖານເຕັກໂນໂລຊີທັນສະໄໝ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ມະຕິກ່ຽວກັບເລື່ອງອະນຸມັດຜ່ານຍຸດທະສາດການເງິນຮອບດ້ານແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030. ຍຸດທະສາດເພື່ອແນໃສ່ຊ່ວຍລະບົບການເງິນ ຫວຽດນາມ ພັດທະນາບົດບາດເປັນຫຼັກຂອງພື້ນຖານເສດຖະກິດ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຫຼຸດຜ່ອນຄວາມຜິດດ່ຽງລະຫວ່າງຄວາມຮັ່ງມີ - ທຸກຍາກ, ຊ່ວຍປະຊາຊົນໄດ້ຊົມໃຊ້ຜົນງານຂອງການພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ