(VOVWORLD) - ນີ້ແມ່ນຄັ້ງທີ 5 ທີ່ທ່ານ ຫຼີິຊຽນຫຼົງ ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງນາຍົກລັດຖະມົນຕີ, ເຊິ່ງສະແດງໃຫ້ເຫັນຄວາມໃກ້ຊິດ, ຕິດພັນລະຫວ່າງ ສິງກະໂປ - ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ເອງກັບ ຫວຽດນາມ.
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ) |
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 27-29 ສິງຫາ. ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນເພື່ອນຳການພົວພັນຮ່ວມມື 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ໄດ້ຢືນຢັນຄືດັ່ງກ່າວ ທີ່ການຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ໄທ, ທີ່ຕິດຕາມພາກພື້ນ ອາຊຽນ.
ຕາມທ່ານ ມາຍເຟືອກຢຸງ ແລ້ວ, ນີ້ແມ່ນຄັ້ງທີ 5 ທີ່ທ່ານ ຫຼີິຊຽນຫຼົງ ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງນາຍົກລັດຖະມົນຕີ, ເຊິ່ງສະແດງໃຫ້ເຫັນຄວາມໃກ້ຊິດ, ຕິດພັນລະຫວ່າງ ສິງກະໂປ - ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ເອງກັບ ຫວຽດນາມ. ໃນຂອບເຂດການຢ້ຽມຢາມ, ພ້ອມກັບບັນດາການເຄື່ອນໄຫວທາງການທູດຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ກໍຈະເຂົ້າຮ່ວມຫຼາຍການເຄື່ອນໄຫວອື່ນອີກ. ຄາດວ່າ, 2 ປະເທດຈະລົງນາມໃນເອກະສານຮ່ວມມືຫຼາຍສະບັບ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ ແລະ ໃນໂລກ.
ຢູ່ບົນເວທີສາກົນ, ຕາມທ່ານເອກອັກຄະລັດຖະທູດ ມາຍເຟືອກຢຸງ ແລ້ວ, 2 ປະເທດຕ້ອງສົມທົບຫຼັກໝັ້ນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາຫຼັກແຫຼ່ງ, ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ.