(vovworld) - ຕອນບ່າຍວັນທີ 21/3, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລັດຖະບານ ສິງກະໂປ ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຕ້ອນຮັບຄະນະຢູ່ສະໜາມບິນ ເຕີນເຊີນເຍີດ, ນະຄອນ ໂຮ່ຈີມິນ, ມີທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງດິ່ງກູຍ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ …
ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທງຟອງ (ເບື້ອງຂວາ) ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
|
ຕອນບ່າຍວັນທີ 21/3, ທີ່ຫໍປະຊຸມ ທົ໋ງເຍີດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທງຟອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຢັ້ງຢືນຮູບແບບການຮ່ວມມືພັດທະນາເສດຖະກິດ ລະຫວ່າງ ສິງກະໂປ ແລະ ຫວຽດນາມ ສະແດງຢ່າງຈະແຈ້ງບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ໄດ້ກໍ່ສ້າງຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ລ້ວນແຕ່ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເຊື່ອໝັ້ນວ່າ ປະຊາຄົມວິສາຫະກິດ ສິງກະໂປຈະສືບຕໍ່ເລືອກເຟັ້ນນະຄອນ ໂຮ່ຈີມິນ ກໍ່ຄື ຫວຽດນາມ ແມ່ນສະຖານທີ່ລົງທຶນປະສົບຜົນສຳເລັດ. ທ່ານ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທງຟອງ ຫວັງວ່າ ບັນດານັກລົງທຶນ ສິງກະໂປຄົ້ນຄ້ວາຜັນຂະຫຍາຍໂຄງການລົງທຶນໃຫຍ່ມີລັກສະນະເປັນສັນຍາລັກ, ເໝາະສົມກັບທີ່ຕັ້ງບົດບາດເປັນນັກລົງທຶນໃຫຍ່ຢູ່ນະຄອນ, ທ່ານເນັ້ນໜັກວ່າ:
“ອຳນາດການປົກຄອງນະຄອນໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນສິງກະໂປ ມາເຄື່ອນໄຫວຢ່າງສະດວກ ແລະ ບັນລຸປະສິດທິຜົນເສດຖະກິດສູງໃນບໍລິເວນນະຄອນ ໂຮ່ຈີມິນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ປະສິດທິຜົນການລົງທຶນຂອງບັນດານັກລົງທຶນ ສິງກະໂປ ຈະປະກອບສ່ວນໃຫຍ່ຫຼວງໃນການພັດທະນາເສດຖະກິດ ສັງຄົມຂອງນະຄອນ.”