ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສຳ​ຫຼວດ​ເຂດ​ຄົ້ນ​ຄວ້າ​ລ້ຳ​ທະ​ເລ ແລະ ໂຄງ​ການ​ທ່າ​ກ່ຳ​ປັ່ນ ລຽນ​ຈ​ຽວ ຢູ່ ດ່າ​ໜັງ

(VOVWORLD) -   ຕອນເຊົ້າວັນທີ 1 ກັນຍາ, ໃນລາຍການເຄື່ອນໄຫວຢູ່ນະຄອນ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄປສຳຫຼວດກິດຈະກຳ, ໂຄງການຈຸດສຸມຢູ່ ດ່າໜັງ ຈຳນວນໜຶ່ງ, ໃນນັ້ນ ມີເຂດຄົ້ນຄວ້າລ້ຳທະເລ, ເຊິ່ງຄາດວ່າຈະກໍ່ສ້າງເຂດການຄ້າເສລີ ແລະ ໂຄງການທ່າກ່ຳປັ່ນ ລຽນຈຽວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສຳ​ຫຼວດ​ເຂດ​ຄົ້ນ​ຄວ້າ​ລ້ຳ​ທະ​ເລ ແລະ ໂຄງ​ການ​ທ່າ​ກ່ຳ​ປັ່ນ ລຽນ​ຈ​ຽວ ຢູ່ ດ່າ​ໜັງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ລົງສຳຫຼວດເຂດທີ່ຄາດຄະເນລ້ຳທະເລ(ພາບ: VOV)

ເມື່ອລົງສຳຫຼວດເຂດທີ່ຄາດຄະເນລ້ຳທະເລນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕົກລົງເຫັນດີກັບແຜນນະໂຍບາຍຕ້ອງລ້ຳທະເລ ເພື່ອສ້າງເນື້ອທີ່ດິນໃໝ່, ຂະຫຍາຍເຂດພັດທະນາ, ແຕ່ຕ້ອງຄົ້ນຄວ້າ, ຄິດໄລ່ຢ່າງຄັກແນບັນດາບັນຫາທີ່ກ່ຽວຂ້ອງເຖິງວັດສະດຸທັບຖົ່ມ; ເນື້ອທີ່ດິນ ພາຍຫຼັງລ້ຳທະເລ ຕ້ອງປະຕິບັດຖືກຕ້ອງຕາມມາດຕະຖານຂອງເຂດການຄ້າເສລີ, ບັນດາທີ່ຕັ້ງທີ່ສວຍງາມທີ່ສຸດໃຫ້ແກ່ການຜະລິດດຳເນີນທຸລະກິດ.

   ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ລົງກວດກາສະພາບການກໍ່ສ້າງພື້ນຖານໂຄງລ່າງລວມເຂດ ລຽນຈຽວ ແລະ ເສັ້ນທາງແຄມທະເລເຊື່ອມຕໍ່ທ່າກ່ຳປັ່ນ ລຽນຈຽວ. ທ່າກ່ຳປັ່ນ ລຽນຈຽວ ແມ່ນໜຶ່ງໃນທ່າກ່ຳປັ່ນທະເລນ້ຳເລິກ 3 ແຫ່ງຂອງ ຫວຽດນາມ, ໄດ້ຮັບການວາງແຜນຜັງວ່າ ທ່າກ່ຳປັ່ນພິເສດດ້ວຍຂອບຂະໜາດຕ້ອນຮັບກ່ຳປັ່ນ, ສິນຄ້າທີ່ມີນ້ຳໜັກເຖິງ 100.000 ໂຕນ, ກ່ຳປັ່ນ ຄອນເທັນເນີ ແຕ່ 6.000 ຫາ 8.000 TEU.

ຕອບກັບ

ຂ່າວ/ບົດ​ອື່ນ