ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຊີ້ນຳວຽກງານການສ້າງມະຕິ ເລກທີ 01 ຂອງລັດຖະບານ ປີ 2019

(VOVWORLD) -ບັນດາຄາດໝາຍການພັດທະນາເສດຖະກິດ ສັງຄົມ ທີ່ໄດ້ກ່າວໃນມະຕິ ເລກທີ 01 ຕ້ອງມີລັກສະນະສູ້ຊົນສູງກວ່າ ດ້ວຍຈິດໃຈບຸກທະລຸ, ກ້າຄິດກ້າທຳ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຊີ້ນຳວຽກງານການສ້າງມະຕິ ເລກທີ 01 ຂອງລັດຖະບານ ປີ 2019 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເປັນປະທານ ກອງປະຊຸມ (ພາບ: vov.vn)

ວັນທີ 27 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ, ຄະນະປະຈຳລັດຖະບານໄດ້ໂຮມປະຊຸມ, ປຶກສາຫາລືກ່ຽວກັບຮ່າງມະຕິ ເລກທີ 01 ຂອງລັດຖະບານ ກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ແລະ ຂຶ້ນແຜນງົບປະມານແຫ່ງລັດປີ 2019; ຮັບຟັງ ແລະ ໃຫ້ຄຳເຫັນສຳລັບວຽກງານສ້າງມະຕິ ເລກທີ 19 ປີ 2019 ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການແກ່ງແຍ້ງແຫ່ງຊາດ.

ກ່າວຄຳເຫັນສະຫຼຸບກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເນັ້ນໜັກວ່າ: ບັນດາຄາດໝາຍການພັດທະນາເສດຖະກິດ ສັງຄົມ ທີ່ໄດ້ກ່າວໃນມະຕິ ເລກທີ 01 ຕ້ອງມີລັກສະນະສູ້ຊົນສູງກວ່າ ດ້ວຍຈິດໃຈບຸກທະລຸ, ກ້າຄິດກ້າທຳ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. ພາຍຫຼັງລັດຖະບານ ເຮັດສຳເລັດຮ່າງແລ້ວຄວນສືບຕໍ່ຮັບເອົາຄຳເຫັນຈາກບັນດາກະຊວງ, ຂະແໜງການເພື່ອຮັບປະກັນໃຫ້ຂໍ້ຕົກລົງ ມີພະລັງຊີວິດ, ຕິດແທດກັບສະພາບຕົວຈິງ.

ສຳລັບຮ່າງມະຕິເລກທີ 19, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ຄວນປະກາດໃຊ້ ໂດຍໄວນັບແຕ່ຕົ້ນປີ ພ້ອມກັບຈຸດເວລາດຽວກັນກັບມະຕິເລກທີ 01, ເພື່ອແນໃສ່ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການແກ່ງແຍ້ງຢ່າງແຮງ.

ຕາມນັ້ນແລ້ວ, ໃນການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງການເຕີບໂຕໄວ ແຕ່ສິ່ງສຳຄັນແມ່ນຕ້ອງຮັກສາໄດ້ສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ຈິດຕະສາດຄາດຫວັງຕັ້ງໜ້າ. ກ່ຽວກັບນະໂຍບາຍປີການເງິນ, ຄວນສືບຕໍ່ສ້າງໂຄງປະກອບງົບປະມານຄືນໃໝ່ ເພື່ອຮັບປະກັນການລົງທຶນ, ປະຢັດລາຍຈ່າຍປະຈຳຢ່າງແທ້ຈິງ; ຄວບຄຸມສະພາບການຟຸມເຟືອຍໃຫ້ເຂັ້ມງວດກວ່າເກົ່າ. ໃນການລົງທຶນສາທາລະນະ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເດັດຂາດປ່ອຍເງິນໃຫ້ຖືກຕ້ອງຕາມແຜນການຢ່າງເຂັ້ມງວດ, ຊຸກຍູ້ໂຄງການທີ່ສຳຄັນຈຳນວນໜຶ່ງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ຊີ້ນຳວຽກຊຸກຍູ້ການປະຕິບັດລັດຖະບານເອເລັກໂຕນິກ, ຍູ້ແຮງການຊຳລະແບບເອເລັກໂຕນິກ, ສ້າງຖານຂໍ້ມູນແຫ່ງຊາດ, ພັດທະນາວິສາຫະກິດ ເຕັກໂນໂລຊີ. ນອກຈາກນັ້ນ ມະຕິຄວນເຕື້ອງເຖິງຂົງເຂດສັງຄົມຫຼາຍກວ່າ, ເຊິ່ງແມ່ນຂົງເຂດທີ່ປະຊາຊົນໃຫ້ຄວາມສົນໃຈໃນຫຼາຍບັນຫາ .

ຕອບກັບ

ຂ່າວ/ບົດ​ອື່ນ