ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ CJ (ສ.ເກົາຫຼີ)
(VOVWORLD) - ວັນທີ 06 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ ໃນການຕ້ອນຮັບທ່ານປະທານກຸ່ມບໍລິສັດ CJ (ສ.ເກົາຫຼີ) Sohn Kyung Shik,
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ CJ (ສ.ເກົາຫຼີ) |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງກຸ່ມບໍລິສັດ CJ ໄດ້ມີການເຄື່ອນໄຫວລົງທຶນຫລາຍຢ່າງຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຮັບຕ້ອນ ແລະ ສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດານັກລົງທຶນ ສ.ເກົາຫຼີ. ຫວຽດນາມ ຖືຜົນສຳເລັດຂອງນັກລົງທຶນຕ່າງປະເທດ ແມ່ນຜົນສຳເລັດຂອງ ຫວຽດນາມ. ຊົມເຊີຍບັນດາຜົນສຳເລັດຂອງກຸ່ມບໍລິສັດ CJ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີຖືວ່າ ຜົນສຳເລັດນັ້ນ ບໍ່ພຽງແຕ່ປະກອບສ່ວນໃຫ້ກຸ່ມບໍລິສັດເທົ່ານັ້ນ ຫາກຍັງປະກອບສ່ວນໃຫ້ການພົວພັນ 2 ປະເທດ ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງກຸ່ມບໍລິສັດ CJ ລົງທຶນເຂົ້າບັນດາຂົງເຂດຢູ່ ຫວຽດນາມ, ໃນນັ້ນ ມີການຄົ້ນຄວ້າຜະລິດອາຫານ, Logistic, ພິເສດແມ່ນຜະລິດຮູບເງົາຢູ່ ຫວຽດນາມ ເພື່ອສົ່ງອອກ ໄປຍັງຫລາຍປະເທດໃນໂລກ. ທ່ານນາຍົກລັດຖະມົນຕີສະເໜີ ສ.ເກົາຫຼີ ແບ່ງປັນບົດຮຽນນີ້ກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີຖືວ່າ CJ ແມ່ນກຸ່ມບໍລິສັດມີທ່າແຮງໃນການພັດທະນາບັນດາຜະລິດຕະພັນກະເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ CJ ຈະລົງທຶນ ແລະ ໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້, ເປັນຕົ້ນແມ່ນກະສິກຳອົງຄະທາດ.