ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ 20 ເມືອງທຸກຍາກທີ່ສຸດໃນທົ່ວປະເທດ

(VOVWORLD) -ຕອນເຊົ້າວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມພິທີມອບຈຳນວນເງິນ 20 ຕື້ດົງ ທີ່ເກັບມາໄດ້ຜ່ານການຂາຍປະມູນໜ່ວຍບານ ແລະ ເສືຊຸດຂອງທິມບານເຕະ U23 ຫວຽດນາມ ໃຫ້ຜູ້ຕາງໜ້າ 20 ເມືອງທຸກຍາກທີ່ສຸດ ໃນທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ 20 ເມືອງທຸກຍາກທີ່ສຸດໃນທົ່ວປະເທດ  - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ 20 ເມືອງທຸກຍາກ)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ການນຳ 20 ເມືອງດັ່ງກ່າວ ຕ້ອງນຳໃຊ້ຈຳນວນເງິນນີ້ ເພື່ອກໍ່ສ້າງເຮືອນ 500 ຫຼັງໃຫ້ແກ່ຄົນມີຄຸນງາມຄວາມດີໃນການປະຕິວັດ, ຄົນທຸກຍາກ, ຮັບປະກັນຄວາມຍຸຕິທຳ, ກະຈາງແຈ້ງ, ຖືກເປົ້າໝາຍ ແລະສະແດງຈຸດປະສົງມະນຸດສະທຳ, ຄວາມງາມຢ່າງກະຈາງແຈ້ງຂອງການຂາຍປະມູນນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ປາດຖະໜາວ່າ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ບັນດາແຂວງ, ນະຄອນ ສືບຕໍ່ປຸກລະດົມໃຫ້ທົ່ວສັງຄົມໃນການປະຕິບັດບັນດານະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ ຜູ້ທຸກຍາກທີ່ພວມກວມເອົາ 7% ຂອງພົນລະເມືອງ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ