(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມກະໂດດຂັ້ນທາງຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທົ່ວປະເທດ, ພິເສດແມ່ນຖັນແຖວແພດໝໍ, ພະນັກງານຂະແໜງສາທາລະນະສຸກໃນການປ້ອງກັນ, ຄວບຄຸມໂລກລະບາດ Covid-19
ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍ ຫວຽດນາມ (ພາບ: TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍ ຫວຽດນາມ (27/02), ຕອນເຊົ້າວັນທີ 27 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະ ເຊີດຊູບັນດາແພດໝໍ, ພະນັກງານຂະແໜງສາທາລະນະສຸກ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ເຊີດຊູປັນຍາຊົນດີເດັ່ນທີ່ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.
ຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມກະໂດດຂັ້ນທາງຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທົ່ວປະເທດ, ພິເສດແມ່ນຖັນແຖວແພດໝໍ, ພະນັກງານຂະແໜງສາທາລະນະສຸກໃນການປ້ອງກັນ, ຄວບຄຸມໂລກລະບາດ Covid-19, ປະກອບສ່ວນສຳຄັນສ້າງຄວາມເຊື່ອໝັ້ນ, ຄວາມອຸ່ນອ່ຽນໃຈໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
“ຮູບພາບບັນດາພະນັກງານ, ແພດໝໍສຸດອົກສຸດໃຈປະຈຳການທັງເວັນແລະຄືນ, ປິ່ນປົວໃຫ້ຄົນເຈັບ ໃນການປະຕິບັດໜ້າທີ່ປິ່ນປົວ, ແຍກຕົວ, ປ້ອງກັນ, ຄວບຄຸມຄວາມສ່ຽງການແຜ່ລະບາດຂອງເຊື້ອ Covid-19 ໄດ້ເຮັດໃຫ້ຊາວ ຫວຽດນາມ ນັບຫລາຍລ້ານຄົນສະເທືອນໃຈ, ນັ້ນແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຂອງຂະແໜງສາທາລະນະສຸກເວົ້າສະເພາະ, ປະຊາຊົນໃນທົ່ວປະເທດເວົ້າລວມ. ຖັນແຖວແພດໝໍ, ພາລະກອນການແພດນັ້ນ ແມ່ນບັນດານັກຮົບປະຈັນບານຢູ່ແນວຮົບໃນການປ້ອງກັນ, ຄວບຄຸມໂລກລະບາດ, ໄດ້ປະກອບສ່ວນສຳຄັນ, ສ້າງບັນດາໝາກຜົນທີ່ເປັນໜ້າຊື່ນຊົມ ເຊິ່ງບັນດາປະເທດທີ່ມີພື້ນຖານສາທາລະນະສຸກພັດທະນາກໍ່ຍັງບັນລຸໄດ້ເທື່ອ.”
ທີ່ພິທີ, ທ່ານນາຍົກລັດຖະມົນຕີກໍ່ໄດ້ສະແດງຄວາມຮູ້ບຸນຄຸນ, ເຊີດຊູບັນດານັກປັນຍາຊົນ, ສາດສະດາຈານ, ທ່ານໝໍອາວຸໂສ, ບັນດານັກວິລະຊົນແຮງງານ, ນັກວິລະຊົນກຳລັງປະກອບອາວຸດຂອງຂະແໜງສາທາລະນະສຸກທົ່ວປະເທດ, ໃນນັ້ນມີມະຫາວິທະຍາໄລແພດສາດ ຮ່າໂນ້ຍ ລຸ້ນຕ່າງໆ.