ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20

(VOVWORLD) -ຕອນເຊົ້າວັນທີ 5 ກໍລະກົດຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດລັດ Hessen , ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ເລີ່ມຕົ້ນການຢ້ຽມຢາມເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາມາຮອດສະໜາມບິນສາກົນ Frankfurt

ພີທີຕ້ອນຮັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນສາກົນ Frankfurt.

    ໃນໄລຍະຢູ່ຢ້ຽມຢາມລັດ Hessen, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພົບປະ ແລະ ເຮັດວຽກກັບຜູ້ວ່າການ, ຮອງຜູ້ວ່າການລັດ Hessen, ປະທານສະພາແຫ່ງຊາດຂອງລັດ Hessen,

    ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະໄດ້ໄປຮອດລັດ Rheinland – Pfalz. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບປະທານສະພາສະຫະພັນເຢຍລະມັນ, ທັງເປັນຜູ້ວ່າການລັດ ລັດ Rheinland – Pfalz. ພົບປະ ແລະ ເຮັດວຽກກັບຮອງຜູ້ວ່າການ, ລັດຖະມົນຕີກະຊວງເສດຖະກິດ, ຄົມມະນາຄົມ ແລະ ກະສີກຳ ລັດ Rheinland – Pfalz.

    ແລະ ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມປະຈຳນະຄອນ Frankfurt.

ຕອບກັບ

ຂ່າວ/ບົດ​ອື່ນ