(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
ເຂົ້າຮ່ວມພິທີໄຂແລະວາລະປະຊຸມຄົບຄະນະອາຊຽນ27)
(vovworld) - ຕອນເຊົ້າວັນທີ 21/11, ຢູ່ໃຈກາງກອງປະຊຸມສາກົນກົວລາລຳເປີ, ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບບັນດາການນຳອາຊຽນເຂົ້າຮ່ວມພິທີໄຂ ແລະ ວາລະປະຊຸມຄົບຄະນະກອງປະຊຸມຂັ້ນສູງ ອາຊຽນ 27, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ, ນິວຊີແລນ, ລັດເຊຍ, ອາເມລິກາ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ. ກ່າວຄວາມເຫັນທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ, ເລື່ອງສ້າງຕັ້ງປະຊາຄົມອາຊຽນ 2015 ມີຄວາມໝາຍປະຫວັດສາດ, ສະແດງໃຫ້ເຫັນຄວາມຮັບຮູ້ລວມ ແລະ ຄວາມຕັດສິນໃຈຂອງບັນດາປະເທດສະມາຊິກອາຊຽນໃນເລື່ອງຍົກການຮ່ວມສຳພັນ ແລະ ການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ສ່ອງແສງໃຫ້ເຫັນການເຕີບໂຕຢ່າງແຮງຂອງອາຊຽນ ພາຍຫຼັງ 48 ປີແຫ່ງການພັດທະນາ, ພ້ອມທັງຢືນຢັນຄຸນຄ່າຂອງຄວາມສາມັກຄີ, ເອກະພາບ ແລະ ບົດບາດໃຈກາງຂອງອາຊຽນ. ກ່ຽວກັບໄລຍະພັດທະນາຕໍ່ໄປຂອງອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແບ່ງປັນເລື່ອງຜ່ານວິໄສທັດອາຊຽນ 2025 ແລະ ບັນດາແຜນການຜັນຂະຫຍາຍລະອຽດທີ່ກອງປະຊຸມນີ້ຈະກຳນົດທິດທາງ ແລະ ສ້າງເງື່ອນໄຂໃຫ້ອາຊຽນຮ່ວມສຳພັນຢ່າງເລິກເຊິ່ງກວ້າງຂວາງກວ່າ, ມີບົດບາດສຳຄັນກວ່າຢູ່ພາກພື້ນ. ນອກນັ້ນທ່ານກໍ່ເນັ້ນໜັກເຖິງບາງບຸລິມະສິດ ແລະ ຈຸດສຸມຂອງອາຊຽນ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ, ເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງອາຊຽນ ກໍ່ຄືບັນດາປະເທດພາຍໃນ ແລະ ນອກພາກພື້ນ, ສະແດງໃຫ້ເຫັນອິດທິພົນ ແລະ ບົດບາດໃຈກາງຂອງອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ: “ສະພາບການໃນຕົວຈິງຮຽກຮ້ອງໃຫ້ອາຊຽນຕ້ອງສືບຕໍ່ສາມັກຄີ, ເປັນເອກະພາບ, ມີທັດສະນະສະແດງຄວາມວິຕົກກັງວົນລວມຕໍ່ບັນດາການຜັນແປຢ່າງສັບສົນ ແລະ ການກະທຳພຽງລຳພັງຝ່າຍດຽວຢູ່ທະເລຕາເວັນອອກ, ພ້ອມກັບບັນດາຜົນຮ້າຍ ແລະ ອັນຕະລາຍຂອງມັນໃນທັນທີ. ຊຸກຍູ້ການປະຕິບັດກົດໝາຍສາກົນ. ຍູ້ແຮງການປະຕິບັດບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສະກັດກັ້ນການປະທະກັນຜ່ານກົນໄກຕ່າງໆຂອງອາຊຽນ“, ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ສະເໜີອາຊຽນພ້ອມກັບຈີນໃຫ້ຄຳໝັ້ນສັນຍາບໍ່ມີການກະທຳດ້ານການທະຫານຢູ່ທະເລຕາເວັນອອກ. ບັນດາປະເທດອາຊຽນເພີ່ມທະວີການແລກປ່ຽນ ແລະ ຊຸກຍູ້ຈີນປະຕິບັດຖະແຫຼງການຂອງບັນດາຝ່າຍກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ແລກປ່ຽນຄວາມເຫັນຢ່າງແທ້ຈິງ, ຮັບຮອງເອົາປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.