ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບຮອງປະທານ ທະນາຄານໂລກ(WB)
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບ ທ່ານນາງ Rachel Kyte
(ພາບ: petrotimes.vn)
(vovworld)- ຕອນບ່າຍວັນທີ 25/8, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ການຕ້ອນຮັບ ທ່ານນາງ Rachel Kyte , ຮອງປະທານທະນາຄານໂລກຮັບຜິດຊອບກ່ຽວກັບຂົງເຂດການປ່ຽນແປງຂອງດິນຟ້າອາກາດພວມຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມການເຈລະຈາຂັ້ນສູງ ລະຫວ່າງຄະນະປະຈຳການຄະນະກຳມະການແຫ່ງຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກັບຄະນະທະນາຄານໂລກ (WB) ປະຈຳຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງໃຫ້ຮູ້ວ່າ: ໃນຂົງເຂດສິ່ງແວດລ້ອມ , ຫວຽດນາມພວມມີການທ້າທາຍ 2 ບັນຫາທີ່ໃຫຍ່ຫຼວງ, ມີລັກສະນະຕັດສິນໃຈໃຫ້ການພັດທະນາແບບຍືນຍົງຂອງປະເທດຊາດ. ຫວຽດນາມແມ່ນ 1 ໃນບັນດາປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຈາກການປ່ຽນແປງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ການທ້າທາຍຈາກການຂຶ້ນກັບແຫຼ່ງນ້ຳພາຍນອກ, ພິເສດແມ່ນຜົນສະທ້ອນຈາກການນຳໃຊ້ແຫຼ່ງນ້ຳໃນແມ່ນ້ຳຂອງ. ພ້ອມກັບຄວາມມານະພະຍາຍາມຂອງຕົນ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ WB ຈະໜູນຊ່ວຍ ຫວຽດນາມ ທັງກ່ຽວກັບການໃຫ້ຄຳປຶກສາຫາລືນະໂຍບາຍ, ເຕັກນິກ ແລະ ແຫຼ່ງກຳລັງການເງິນ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນ ກັບ WB ແລະ ບັນດາຄວາມມານະພະຍາຍາມທົ່ວໂລກຕ່າງໆ ເພື່ອແກ້ໄຂບັນດາການທ້າທາຍນີ້ຢ່າງມີປະສິດທິຜົນ.
ທ່ານນາງ Rachel Kyte ໃຫ້ຮູ້ວ່າ: WB ໃຫ້ຄຳໜັ້ນສັນຍາໜູນຊ່ວຍ ຫວຽດນາມ ທັງທາງດ້ານການເງິນ ແລະ ເຕັກນິກ, ຄວາມຮັບຮູ້ ແລະ ບົດຮຽນ, ການປະສານງານບັນດາຄວາມມານະພະຍາຍາມທົ່ວໂລກ ເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງດິນຟ້າອາກາດ.