(vovworld) - ວັນທີ 23 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ, ໄປຢ້ຽມຢາມຝລັ່ງ ແຕ່ວັນທີ 24 – 26 ກັນຍາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 68 ຢູ່ອາເມລິກາ ໃນລະຫວ່າງວັນທີ 26 – 28 ກັນຍາ. ການຢ້ຽມຢາມ ຝລັ່ງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ເພື່ອແນໃສ່ຢືນຢັນຄວາມສຳຄັນໃນຍຸດທະສາດຂອງການພົວພັນລະຫວ່າງຫວຽດນາມ - ຝລັ່ງ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊີ່ງຂຶ້ນຕື່ມ, ຍົກສູງທີ່ຕັ້ງຂອງຫວຽດນາມ ຢູ່ເອີລົບ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ການນຳຫວຽດນາມ ແລະ ຝລັ່ງ ຈະຕົກລົງຍົກການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປີດບັນດາແງ່ຫວັງໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ຝ່າຍ.
ພາຍຫຼັງການຢ້ຽມຢາມຝລັ່ງ, ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ນຳໜ້າຈະເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 68 ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງເຊື່ອມໂຍງເຂົ້າກັບສາກົນຢ່າງເລີກເຊິ່ງ, ກວ້າງຂວາງ, ຍົກສູງທີ່ຕັ້ງຂອງຫວຽດນາມ, ຢືນຢັນຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ສະຫະປະຊາຊາດ ເວົ້າລວມ ແລະ ກັບບັນດາອົງການວິຊາການຂອງສະຫະປະຊາຊາດ ເວົ້າສະເພາະ. ທີ່ວາລະປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 68 ໃນວັນທີ 27 ກັນຍາ, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະມີບົດກ່າວປາໄສແບ່ງປັນບົດຮຽນຂອງຫວຽດນາມ ໃນການຜັນຂະຫຍາຍບັນດາຈຸດໝາຍສະຫັດສະວັດ, ໃນນັ້ນຊີ້ແຈ້ງຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ປະກອບສ່ວນປັບປຸງສັນຕິພາບ, ແກ້ໄຂບັນດາການປະທະກັນໃນໂລກ; ສະແດງໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນວຽກງານລວມຂອງສະຫະປະຊາຊາດ.