(vovworld) -ຕອນບ່າຍວັນທີ 7/1 ຢູ່ ຮ່າໂນ້ຍ, ເມື່ອເຮັດວຽກກັບການນຳແຂວງກາວບັ່ງ ກ່ຽວກັບສະພາບເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ຮູ້ວ່າ: ສູນກາງພັກຈະສ້າງທຸກເງື່ອນໄຂທີ່ສະດວກເພື່ອໜູນຊ່ວຍແຂວງ ກາວບັ່ງ ພັດທະນາກ້າວຂຶ້ນ. ກາວບັ່ງ ຄວນສືບຕໍ່ສຸ້ຊົນ, ມານະພະຍາຍາມ ເພື່ອຊອກຫາ ວິທີການທີ່ຂະຫຍັນຂັນເຄື່ອນ ມີຫົວຄິດປະດິດສ້າງ, ເພື່ອສືບຕໍ່ບື່ນຕົວຂຶ້ນໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີແຂວງ ກາວບັ່ງ: ກ່ອນອື່ນໝົດ ຄວນສູມກຳລັງ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ໃນຂົງເຂດກະສິກຳ, ປ່າໄມ້, ໃນນັ້ນ ເອົາໃຈໃສ່ພິເສດ ກ່ຽວກັບການຍູ້ແຮງ ການພັດທະນາເສດຖະກິດ ຄອບຄົວ, ພັດທະນາການທ່ອງທ່ຽວ, ບໍລິການ, ເປີດກ້ວາງການແລກປ່ຽນຄ້າຂາຍກັບ ຈີນ... ພ້ອມກັນນັ້ນ, ກາວບັ່ງ ຄວນເອົາໃຈໃສ່ຫຼາຍກ່ວາອີກ ກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ, ເອົາໃຈໃສ່ພັດທະນາດ້ານສາທາລະນະສຸກ, ວັດທະນະທຳ, ການສຶກສາ...