ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຮັດວຽກຢູ່ແຂວງອານຢາງ

(vovworld) – ວັນ​ທີ 11/7, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ ​ໄດ້​ເຮັດ​ວຽກ​ຢູ່​ແຂວງ​ອານ​ຢາງ ກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ການ​ເກັບ​ຊື້​ເຂົ້າສານ ​ແລະ ປາຈາ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕິ່ນ​ຢຸງ ຮຽກຮ້ອງ​ໃຫ້​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ພ້ອມ​ກັບ​ທ້ອງ​ຖີ່​ນຕ່າ​ງໆ​ຄວນ​ມີ​ບັນດາ​ມາດ​ຕະການ​ໃນ​ຕໍ່ໜ້າ ​ແລະ ຍາວ​ນານ ​ເພື່ອ​ແນ​ໃສ່​ຮັບປະກັນ​ຜະລິດ, ​ເກັບ​ຊື້, ປູ​ງ​ແຕ່ງ, ສົ່ງ​ອອກ​ຢ່າງ​ໝັ້ນຄົງ ​ແລະ ສ້າງ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ໃນ​ການ​ຜະລິດ​ເຂົ້າສານ ​ແລະ ລ້ຽງ​ປູກ, ປູ​ງ​ແຕ່ງ​ປາຈາ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ
ຂ່າວ/ບົດ​ອື່ນ