ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກຳ​​ລັງ​ຕຳຫຼວດ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຕຳຫຼວດໃນ 6 ເດືອນຕົ້ນປີ 2020.
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກຳ​​ລັງ​ຕຳຫຼວດ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກະຊວງຕຳຫຼວດ ຫວຽດນາມ ຊາບຊຶມການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່ຽວກັບວຽກງານຕຳຫຼວດ, ໃນນັ້ນ ໄດ້ເນັັ້ນໜັກເຖິງຄວາມຈົ່ງຮັກພັກດີຂອງກຳລັງຕຳຫຼວດທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ຕີລາຄາສູງກຳລັງຕຳຫຼວດມີການປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ, ພິເສດແມ່ນໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບສູງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ປະຕິບັດເປົ້າໝາຍຄວບຄູ່. ກຳລັງຕຳຫຼວດໄປຮອດແຕ່ລະຄອບຄົວ, ແຕ່ລະເຮືອນ ເພື່ອກວດຫາເຊຶ້ອໂຄວິດ ແລະ ແຍກຕົວຜູ້ທີ່ມີຄວາມສ່ຽງ, ຊ່ວຍໃຫ້ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ອອກຊຸມຊົນຢູ່ໃນລະດັບຕ່ຳທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ