ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ຢ້ຽມຢາມ ອາຊີຕາເວັນອອກສ່ຽງໃຕ້
(ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ)
(vovworld) - ການໄປຢ້ຽມຢາມ 3 ປະເທດຫວຽດນາມ, ບຣຸໄນ ແລະ ໄທ ຂອງທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ໄດ້ດຳເນີນໄປໃນລະຫວ່າງວັນທີ 08 – 15 ຕຸລາ. ທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 07 ຕຸລາ ກ່ອນການຢ້ຽມຢາມ. ທ່ານຮອງລັດຖະມົນຕີການຕີການຕ່າງປະເທດຈີນ ຫຼິວເຈ້ົາໝີນ ໃຫ້ຮູ້ວ່າ, ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ສະແດງໃຫ້ເຫັນວ່າ ຈິນ ຖືການພັດທະນາການພົວພັນລະຫວ່າງ 2 ປະເທດເປັນສຳຄັນ. ຈີນປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້ ຈະປັບປຸງນ້ຳໃຈມິດຕະພາບຖານບ້ານໃກ້ເຮືອນຄຽງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຊຸກຍູ້ການຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ເພື່ອໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ - ຫວຽດນາມ ພັດທະນາຢ່າງເລີກເຊິ່ງ, ກວ້າງຂວາງກວ່າອີກ. ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຍູ້ແຮງການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະໃໝ່ ແລະ ລົງນາມໃນບັນດາເອກະສານຮ່ວມມືດ້ານເສດຖະກິດຫຼາຍສະບັບ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ກໍ່ຈະໄປຢ້ຽມຢາມບຣຸໄນ, ໄທ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ - ຈີນ, ກອງປະຊຸມສຸດຍອດອາຊີ.