ທ່ານນາຍົກລັດຖະມົນຕີ ຮຽກຮ້ອງເດັດຂາດຕ້ອງແຍກຕົວບັນດາຜູ້ທີ່ມາຈາກເຂດເກີດໂລກລະບາດເຂົ້າ ຫວຽດນາມ
(VOVWORLD) -ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກຂອງ ຄະນະປະຈຳລັດຖະບານກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid – 19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) |
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ລັດຖະບານໄດ້ເຮັດທຸກສິ່ງທຸກຢ່າງດ້ວຍຄວາມຕັດສິນໃຈສູງສຸດໃນການຮັກສາສຸຂະພາບ ແລະ ຊີວິດອີນຊີຂອງປະຊາຊົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງ ເດັດຂາດຕ້ອງແຍກຕົວ ບັນດາຜູ້ທີ່ມາຈາກເຂດເກີດໂລກລະບາດເພື່ອເຂົ້າມາ ຫວຽດນາມ. ທ່ານກ່າວວ່າ:
ຂ້າພະເຈົ້າຢັ້ງຢືນວ່າ ສະພາບການຜັນແປຂອງ Covid – 19 ຍັງສັບສົນ, ບາງປະເທດປະກົດມີເຂດເກີດພະຍາດແຫ່ງໃໝ່, ແຕ່ພວກເຮົາກໍ່ມີຄວາມເຊື່ອໝັ້ນວ່າ ສະພາບການ ໂລກລະບາດຈະໄດ້ຮັບການຄວບຄຸມໂດຍພື້ນຖານ ແລະ ມີຄວາມຄືບໜ້າທີ່ດີໃນໄຕມາດ 2 ຈະມາເຖິງ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ນັບແຕ່ປັດຈຸບັນນີ້, ໄປຄຽງຄູ່ກັບການຕັດສິນໃຈເດັດດ່ຽວສະກັດກັ້ນ Covid -19 ນັ້ນ ແມ່ນຕ້ອງມີຈິນຕະນາການບຸກທະລຸໃນນະໂຍບາຍ ແລະ ການກະທຳ ເພື່ອໃຫ້ປີ 2020 ສືບຕໍ່ເປັນປີປະສົບຜົນສຳເລັດທາງດ້ານເສດຖະກິດ, ສັງຄົມມີສະຖຽນລະພາບ, ປະຕິບັດສຳເລັດບັນດາເປົ້າໝາຍຂອງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.