ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ: ທຸ​ກການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນ​ປະ​ທ​້ວງ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ

(VOVWORLD) -ຕຳຫຼວດມີສິດປ້ອງກັນຕົວຖ້າຫາກວ່າ ຖືກຜູ້ປະທ້ວງບຸກໂຈມຕີ. ທ່ານນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ທ່ານບໍ່ມີຄວາມວິຕົກກັງວົນ ຫຼື ຄັດຄ້ານການແຫ່ຂະບວນປະທ້ວງແບບປະຊາທິປະໄຕ ແລະ ສິ່ງທີ່ຈຳເປັນແມ່ນຜູ້ທີ່ຈັດຕັ້ງການແຫ່ຂະບວນປະທ້ວງນັ້ນຕ້ອງຂໍອະນຸຍາດໃຫ້ເໝາະສົມ ແລະ ປະຕິບັດຖືກຕ້ອງຕາມກົດໝາຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ: ທຸ​ກການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນ​ປະ​ທ​້ວງ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ - ảnh 1ການແຫ່ຂະບວນປະທ້ວງຢູ່ ບາງກອກ ໃນວັນທີ 12 ມິຖຸນາ (ພາບ:Bangkokpost.jpg)

ວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ປະຣາຢຸດ ຈັນໂອຊາ ຮຽກຮ້ອງໃຫ້ຜູ້ແຫ່ຂະບວນປະທ້ວງປະຕິບັດຕາມກົດໝາຍ, ພ້ອມທັງຢັ້ງຢືນວ່າ ຕຳຫຼວດມີສິດປ້ອງກັນຕົວຖ້າຫາກວ່າ ຖືກຜູ້ປະທ້ວງບຸກໂຈມຕີ. ທ່ານນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ທ່ານບໍ່ມີຄວາມວິຕົກກັງວົນ ຫຼື ຄັດຄ້ານການແຫ່ຂະບວນປະທ້ວງແບບປະຊາທິປະໄຕ ແລະ ສິ່ງທີ່ຈຳເປັນແມ່ນຜູ້ທີ່ຈັດຕັ້ງການແຫ່ຂະບວນປະທ້ວງນັ້ນຕ້ອງຂໍອະນຸຍາດໃຫ້ເໝາະສົມ ແລະ ປະຕິບັດຖືກຕ້ອງຕາມກົດໝາຍ. ທ່ານ ປະຣາຢຸດ ຈັນໂອຊາ ກໍກ່າວເຕືອນຜູ້ທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງ, ໂດຍສະເພາະແມ່ນ ໄວໜຸ່ມ ຕ້ອງມີການຄິດໄລ່ຢ່າງເລິກເຊິ່ງກ່ຽວກັບອະນາຄົດ ກ່ອນທີ່ຈະມີການກະທຳຫົວຮຸນແຮງ, ຕ້ານຄືນກຳລັງເຈົ້າໜ້າທີ່ດ້ວຍການໃຊ້ຄວາມຮຸນແຮງ.

        ທ່ານນາຍົກລັດຖະມົນຕີ ປະຣາຢຸດ ຈັນໂອຊາ ໄດ້ຍົກອອກຄຳເຫັນດັ່ງກ່າວ ພາຍຫຼັງກຸ່ມ Thalu Gas ດຳເນີນການເດີນຂະບວນປະທ້ວງ, ຜ່ານຖະໜົນສາຍຕ່າງໆຢູ່ນະຄອນຫຼວງ ບາງກອກ ໃນທ້າຍອາທິດແລ້ວນີ້.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ