ທ່ານ ເຈືອງເຕີນຊາງ ປະທານປະເທດປະທານ ແລະ ທ່ານ ປະທານ ສະພາແຫ່ງຊາດ ຫງວຽນຊີງຮຸ່ງ
|
(vovworld)- ທີ່ການເຮັດວຽກໃນຕອນເຊົ້າວັນທີ 27/8 ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເຈືອງເຕີນຊາງ ປະທານປະເທດຫວຽດນາມ, ຫົວຫນ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ແລະ ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ, ເລຂາຄະນະພັກ, ຄະນະຊາວຫນຸ່ມສະພາແຫ່ງຊາດ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈືອງເຕີນຊາງ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຍູ້ແຮງຍຸດທະສາດປະຕິຮູບຕຸລາການຮອດປີ 2020. ທ່ານປະທານປະເທດສະເຫນີ: ບົນພື້ນຖານລັດຖະທຳມະນູນໃຫມ່ ຄວນຍົກສູງບົດບາດຫນ້າທີ່ການຕິດຕາມກວດກາຂອງສະພາແຫ່ງຊາດສຳລັບການເຄື່ອນໄຫວຕຸລາການ, ພິຈາລະນາພາຍຫລັງການຕິດຕາມກວດກາ.ທ່ານປະທານປະເທດ ເນັ້ນຫນັກວ່າ: “ເລື່ອງຫັນວິວັດການສ້າງເອກະສານນິຕິກຳ ແລະ ເອກະສານນິຕິກຳລຸ່ມກົດໝາຍຢ່າງຄົບຊຸດ ແມ່ນວິວັດການຊື່ງພວກເຮົາຕ້ອງສືບຕໍ່ປະຕິບັດ. ຫວຽດນາມ ສ້າງລັດແຫ່ງອຳນາດນິຕິບັນຍັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ. ເຖິງຢ່າງໃດກໍຕາມ ລະຫວ່າງແຜນນະໂຍບາຍ ກັບພຶດຕິກຳຍັງມີຊ່ອງຫວ່າງ ສະນັ້ນ ຂ້າພະເຈົ້າສະເຫນີ ພວກເຮົາຕ້ອງສົມທົບ, ຊຸກຍູ້ວິວັດການນີ້.”