ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເຂົ້າຮ່ວມພິທີປ່ອຍນົກສັນຕິພາບ |
(vovworld)- ວັນທີ 21/5, ຢູ່ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມໄດ້ຈັດວັນບຸນວິສາຂະບູຊາ ພ.ສ 2560-ຄ.ສ 2016 ແລະ ມຸ່ງໄປສູ່ການສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງ ສະມາຄົມພຸດທະສາສະໜາຫວຽດນາມ(1981-2016). ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຕີລາຄາສູງ ແລະ ອວຍພອນບັນດາໝາກຜົນ, ການປະກອບສ່ວນຢ່າງແທດຈິງ, ມີຄວາມໝາຍຂອງ ສະມາຄົມພຸດທະສາສະໜາຫວຽດນາມ ແລະ ພະສົງສຳມະເນັນ, ພຸດທະສາສະນິກກະຊົນຫວຽດນາມເຂົ້າໃນພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ :
“ ໃນຕະຫຼອດ 35 ປີທີ່ຜ່ານມາ, ນັບຕັ້ງແຕ່ວັນສ້າງຕັ້ງ, ສະມາຄົມພຸດທະສາສະໜາຫວຽດນາມໄດ້ປັບປຸງ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ອັນໄດ້ສ້າງບັນດາຫຼັກໝາຍໃໝ່ໃນປະຫວັດສາດແຫ່ງພຸດທະສາສະໜາຫວຽດນາມ. ດ້ວຍທິດນຳ : ທຳມະ-ຊາດ-ສັງຄົມນິຍົມ, ສະມາຄົມພຸດທະສາສະໜາຫວຽດນາມສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ບົດບາດປອງດອງ, ສາມັກຄີ, ເປັນເອກະພາບ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່, ຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ ”
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເນັ້ນໜັກວ່າ ຜົນສຳເລັດຂອງກິດຈະການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ແທ່ນຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຂອງທົ່ວທັງຊາດ, ໃນນັ້ນ, ປະຊາຊົນຜູ້ເຊື່ອຖືສາສະໜາແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້.