ທ່ານປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ17ປີແຫ່ງວັນສ້າງຕັ້ງຕຳຫລວດທະເລຫວຽດນາມ
ທ່ານປະທານປະເທດ ເຈືອງເຕີນຊາງເຂົ້າຮ່ວມພິທີ
|
(vovworld)- ວັນທີ 28/8 ຢູ່ ຮ່າໂນ້ຍ, ກອງບັນຊາການຕຳຫລວດທະເລ ໄດ້ຈັດຕັ້ງພິທີຮັບນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນໄລຍະປ່ຽນແປງໃຫມ່” ແລະ ສະເຫລີມສະຫລອງ 17 ປີແຫ່ງວັນສ້າງຕັ້ງ (28/8/1998-28/8/2015). ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: ໃນຊຸມປີຈະມາເຖິງ ສະພາບການໂລກ, ພາກພື້ນ ຍັງເກີດການຜັນແປສັບສົນຫລາຍຢ່າງ, ຫນ້າທີ່ປົກປັກຮັກສາປະເທດຊາດ, ອະທິປະໄຕ, ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມທະເລ, ໝູ່ເກາະ ໄດ້ ແລະ ພວມວາງອອກບັນດາຫນ້າທີ່ຫນັກຫນ່ວງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ໃນນັ້ນ ມີຫນ້າທີ່ສຳຄັນຂອງຕຳຫລວດທະເລຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: “ຕຳຫລວດທະເລຕ້ອງຖືເປັນສຳຄັນ ແລະ ປະຕິບັດວຽກງານສຶກສາການເມືອງ, ແນວຄິດ, ສ້າງຄຸນນະທາດດ້ານການເມືອງ, ຍົກສູງຄວາມຮັບຮູ້ກ່ຽວກັບສະພາບການ, ຫນ້າທີ່, ຊາບຊືມ ແລະ ກຳແຫນ້ນທັດສະນາຂອງພັກ ແລະ ລັດກ່ຽວກັບການກຳນົດທິດແກ້ໄຂບັນດາການຂັດແຍ້ງບົນທະເລ ເປັນຕົ້ນແມ່ນແຜນນະໂຍບາຍ, ມາດຕະການເພື່ອປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ໄຫລ່ທະວີບຂອງປະເທດຊາດຢ່າງຄົບຖ້ວນ.”