ທ່ານປະທານປະເທດ ເຈີນດ້າຍກວາງ ກ່າວຄຳເຫັນນະພິທີ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 29/11 ຢູ່ ຮ່າໂນ້ຍ, ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ (1966-2016) ແລະ ຮັບຫລຽນໄຊແຮງງານຊັ້ນຫນຶ່ງ. ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີວ່າ: ໃນໄລຍະຈະມາເຖິງ, ສະມາຄົມ ຄວນເອົາໃຈໃສ່ເຖິງການສະຫລຸບພຶດຕິກຳປະຫວັດສາດ, ເຮັດແຈ້ງທິດສະດີກ່ຽວກັບເສັ້ນທາງປະຕິວັດຫວຽດນາມ ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ. ຜ່ານນັ້ນ ຖອດຖອນບົດຮຽນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ສະຫນອງຫລັກມູນດ້ານວິທະຍາສາດໃຫ້ແກ່ການກໍ່ສ້າງ, ສ້າງແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ສົມບູນແບບ. ພ້ອມທັງຕັ້ງຫນ້າສົມທົບກັບບັນດາອົງການກ່ຽວຂ້ອງໃນການຄົ້ນຄ້ວາ, ເກັບຮັກສາ ແລະ ແນະນຳມໍລະດົກວັດທະນະທຳບໍ່ມີຮູບຮ່າງ ເພື່ອຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ ແລະ ເຮັດໃຫ້ສາງມໍລະດົກວັດທະນະທຳຂອງປະຊາຄົມບັນດາເຜົ່າຫວຽດນາມ ອຸດົມສົມບູນກວ່າ. ທ່ານປະທານປະເທດ ເນັ້ນຫນັກວ່າ: ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ ຄວນປະຕິບັດພາລະບົດບາດໃຫ້ຄຳປຶກສາເປັນຢ່າງດີ, ໄຈ້ແຍກຕີລາຄາສັງຄົມສຳລັບການອະນຸລັກຮັກສາ, ບູລະນະບັນດາປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ, ທັດສະນີຍະພາບ, ວັດຖຸບູຮານ, ສິ່ງທີ່ລ້ຳຄ່າຂອງຊາດ.
“ສະມາຄົມຄວນເປັນເຈົ້າການເຂົ້າຮ່ວມການໂຄສະນາຄວາມຮູ້ດ້ານປະຫວັດສາດ ແລະ ສຶກສາມູນເຊື້ອຂອງຊາດເພື່ອໃຫ້ທຸກຄົນລ້ວນແຕ່ ມີຄວາມຮັບຮູ້ວ່າ ຄວາມຮູ້ດ້ານປະຫວັດສາດບໍ່ແມ່ນພຽງແຕ່ສະຫງວນໃຫ້ບັນດານັກປະຫວັດສາດ ແລະ ຜູ້ຢາກກາຍເປັນບັນດານັກປະຫວັດສາດເທົ່ານັ້ນ ຫາກຍັງມີຄວາມຈຳເປັນໃຫ້ທຸກຄົນ, ທຸກເພດໄວ ລວມທັງບັນດານັກຄຸ້ມຄອງ. ການສົມທົບຢ່າງແຫນ້ນແຟ້ນກັບກະຊວງສຶກສາ ແລະ ບຳລຸງສ້າງ ຍົກສູງຄຸນນະພາບການສຶກສາວິຊາປະຫວັດສາດ, ປະກອບສ່ວນສຶກສາມູນເຊື້ອ, ສ້າງບຸກຄະລິກກະພາບ ແລະ ຄຸນນະທາດໃຫ້ຄົນລຸ້ນຫນຸ່ມ.