ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບອະດີດປະທານາທິບໍດີຈີເລEduardo Frei Ruiz-Tagle
ທ່ານປະທານປະເທດ ເຈິ່ນດ້າຍກວາງ
ຕ້ອນຮັບທ່ານ Eduardo Frei Ruiz-Tagle
(vovworld) – ທີ່ການຕ້ອນຮັບທ່ານ Eduardo Frei Ruiz-Tagle, ອະດີດປະທານາທິບໍດີຈີເລ, ທູດຮັບຜິດຊອບພາກພື້ນອາຊີ - ປາຊີຝິກ, ໃນວັນທີ 14/7, ທ່ານປະທານປະເທດ ເຈິ່ນດ້າຍກວາງເນັ້ນໜັກວ່າ, ໃນຂົງເຂດເສດຖະກິດ - ການຄ້າ, ຈີເລແມ່ນປະເທດທຳອິດຢູ່ທິດຕາເວັນຕົກຂອງໂລກ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ສອງຝ່າຍກັບ ຫວຽດນາມ, ແລະ ນອນໃນກຸ່ມບັນດາປະເທດທຳອິດທີ່ໄດ້ຮັບຮອງພື້ນຖານເສດຖະກິດ ການຕະຫຼາດຂອງ ຫວຽດນາມ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີສອງປະເທດຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນມາຢ້ຽມຢາມເຊິ່ງກັນ ແລະ ກັນ; ເອົາໃຈໃສ່, ສ້າງເງື່ອນໄຂກວ່າອີກເພື່ອໃຫ້ວິສາຫະກິດສອງປະເທດສຳຜັດກັບຕະຫຼາດຂອງກັນ ແລະ ສ້າງການພົວພັນຮ່ວມມື, ການລົງທຶນໂດຍກົງ, ໜູນຊ່ວຍກັນແຊກຊືມເຂົ້າບັນດາຕະຫຼາດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕີນ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ສະເໜີ ຈີເລສະໜັບສະໜູນ ຫວຽດນາມອອກສະໝັກເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO ອາຍຸການ 2017-2021.
ກ່ຽວກັບການຜັນແປທີ່ກ່ຽວຂ້ອງເຖິງຄວາມເສລີໃນການເດີນທະເລຢູ່ພາກພື້ນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ, ທັດສະນະຂອງຫວຽດນາມແມ່ນຍືດໝັ້ນຫຼັກໝັ້ນແກ້ໄຂການຂັດແຍ້ງກັນທັງໝົດ ດ້ວຍມາດຕະການສັນຕິພາບ, ບໍ່ນຳໃຊ້ກຳລັງອາວຸດ ຫຼືຂົ່ມຂູ່ນຳໃຊ້ກຳລັງອາວຸດ, ເຄົາລົບນິຕິກຳ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາ ສະຫະປະຊາຊາດກ່ຽວກັບທະເລປີ 1982. ໂດຍມີທັດສະນະຮ່ວມກັບຫວຽດນາມ, ທ່ານ Eduardo Frei Ruiz-Tagle, ອະດີດປະທານາທິບໍດີຈີ, ທູດຮັບຜິດຊອບພາກພື້ນອາຊີ - ປາຊີຝິກ ຢືນຢັນ, ຈີເລສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງກັນທັງໝົດດ້ວຍສັນຕິວິທີ, ແລະ ເຄົາລົບກົດໝາຍສາກົນ.