ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານສະພາແຫ່ງຊາດລາວສົມພັນແພງຄຳມີ
ທ່ານປະທານປະເທດ ເຈີນດ້າຍກວາງຕ້ອນຮັບທ່ານຮອງປະທານສະພາ
ແຫ່ງຊາດລາວ ສົມພັນ ແພງຄຳມີ
|
(vovworld)- ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ພວມຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດເຈີນດ້າຍກວາງ ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ໝາກຜົນການເຈລະຈາລະຫວ່າງສອງຄະນະຜູ້ແທນສະພາແຫ່ງຊາດສອງປະເທດ ດ້ວຍເນື້ອໃນແທດຈິງ ແລະ ມີປະສິດທິຜົນ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ໄລຍະຈະມາເຖິງ ສອງສະພາແຫ່ງຊາດສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວເປັນຢ່າງດີ, ສືບຕໍ່ສົມທົບກັນຕິດຕາມກວດກາ, ເລັ່ງລັດເພື່ອປະກອບສ່ວນຜັນຂະຫຍາຍບັນດາສັນຍາການຮ່ວມມື ແລະ ຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດຢ່າງມີປະສິດທິຜົນ ພ້ອມທັງສະເຫນີສະພາແຫ່ງຊາດລາວ ສືບຕໍ່ພິຈາລະນາ ແລະ ສະຫນັບສະຫນູນບັນດາການປ່ຽນແປງ, ເພີ່ມເຕີມທີ່ຈຳເປັນກ່ຽວກັບກົນໄກ, ນະໂຍບາຍ ແລະ ກົດໝາຍ ເພື່ອຍູ້ແຮງການຮ່ວມມືກ່ຽວກັບດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄຳມີ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ລາວ ຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງຢ່າງມີປະສິດທິຜົນສູງສຸດ, ຜ່ານນັ້ນ ຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນແບບພິເສດຫວຽດນາມ - ລາວ ແລະ ປາດຖະຫນາວ່າ ໄລຍະຈະມາເຖິງສືບຕໍ່ໄດ້ຮັບການຊ່ວຍເຫລືອຈາກຫວຽດນາມ .