ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນບັນດາຜູ້ແທນທີ່ເຄີຍຮັບໃຊ້ປະທານໂຮ່ຈີມິນ
ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນ
ບັນດາຜູ້ແທນທີ່ເຄີຍຮັບໃຊ້ປະທານໂຮ່ຈີມິນ
(ພາບ: NhanSang/TTXVN)
(vovworld) - ຕອນເຊົ້າວັນທີ 19/05 ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະສັງສັນກັບຜູ້ແທນ 56 ທ່ານ ເປັນພະນັກງານ, ນັກຮົບທີ່ເຄີຍຮັບໃຊ້, ປ້ອງກັນປະທານໂຮ່ຈີມິນ ໃນໄລຍະເວລານັບແຕ່ປີ 1941 ມາຮອດໄລຍະປະທານໂຮ່ຈີມິນເຖິງແກ່ມໍລະນະກຳ. ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: ໃນໄລຍະປະຈຸບັນ ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ ແລະ ພວມຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານ ໂຮ່ຈີມິນ. ເລື່ອງສຳຄັນ ແລະ ກ່ອນອື່ນໝົດແມ່ນຕ້ອງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ ເພື່ອໃຫ້ບັນດາທັດສະນະ, ແນວຄິດ, ວິຖີຊີວິດຂອງ ປະທານໂຮ່ຈີມິນ ໄດ້ຮັບການແຜ່ຂະຫຍາຍໃນປີປະຊາຊົນທຸກຊັ້ນວັນນະ.