ທ່ານປະທານປະເທດເຈີນດ້າຍກວາງ:ສືບຕໍ່ຍົກສູງສະມັດຕະພາບ,ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ

ທ່ານປະທານປະເທດເຈີນດ້າຍກວາງ:ສືບຕໍ່ຍົກສູງສະມັດຕະພາບ,ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

 (vovworld)- ​ ຕອນ​ເຊົ້າ​ວັນ​ທີ 2/8, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4 ນະ​ຄອນ ໂຮ່​ຈິ​ມີນ ເພື່ອ​ແຈ້ງ​ເນື້ອ​ໃນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ຮັບ​ເອົາ​ຄຳ​ເຫັນ, ຄຳ​ສະ​ເຫນີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊົມ​ເຊີຍກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ດ້ວຍ​ຈິດ​ໃຈ​ຮັບ​ຜິດ​ຊອບ, ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ, ສະ​ພາ​ແຫ່ງ​ຊາດ​ສຳ​ເລັດ​ຫນ້າ​ທີ່​ຈຸດ​ສຸມ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ຫນາ​ຢາ​ກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຫນີ້​ສາ​ທາ​ລະ​ນະ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ… ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ:

        “ນັບ​ແຕ່ນີ້​ຮອດ​ທ້າຍ​ປີ, ພວກ​ເຮົາ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ຍູ້​ໄວ​ຄວາມ​ຄືບ​ຫນ້າ​ໃນ​ການ​ປ່ອຍ​ເງິນ​ລົງ​ທຶນ​ຂອງ​ລັດ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ. ພ້ອມ​ທັງ​ຕ້ອງມີ​ມາດ​ຕະ​ການຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊືມ​ເຂົ້າ, ມົນ​ລະ​ພິ​ດ​ສິ່ງ​ແວດ​ລ້ອມ, ກາ​ນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ